ຫົວເຫວີຍ ສະໜັບສະໜູນກອງປະຊຸມສຸດຍອດເສົາອາກາດອາຊີ-ປາຊີຟິກ

    ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຫົວໜ້າຝ່າຍ ຮອງຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ກ່າວກ່ຽວກັບຍຸດທະສາດການປັບປຸງເສົາອາກາດຂອງລາວໂທລະຄົມ ແລະ ສະແດງໃຫ້ເຫັນແຜນວິວັດທະນາການຂອງເຄືອຂ່າຍລາວໂທລະຄົມ ໃນຖານະຜູ້ນຳດ້ານສັນຍານໂທລະສັບຂອງລາວ ໃນກອງປະຊຸມສຸດຍອດເສົາອາກາດອາຊີ-ປາຊີຟິກ ເຊິ່ງຈັດຂຶ້ນແບບອອນລາຍ ວັນທີ 15 ມິຖຸນາ ຜ່ານມາວ່າ:

    ປີ 2017 ລາວໂທລະຄົມໄດ້ເລີ່ມສ້າງທີ່ຕັ້ງໃໝ່ດ້ວຍເສົາອາກາດຫຼາຍພອດ ເພື່ອເຊື່ອມໂຍງຄວາມຖີ່ (1800/2100 / 2600MHz) ເຂົ້ານໍາກັນ ໂດຍການປັບປຸງຄວາມທັນສະໄໝຂອງເສົາອາກາດ ການຮັບສົ່ງຂໍ້ມູນໃນແຕ່ລະເຂດແມ່ນມີຄວາມຖີ່ຫຼາຍຂຶ້ນ ຕະຫຼອດຮອດປະສົບການຂອງຜູ້ຊົມໃຊ້ທີ່ໄດ້ຮັບການປັບປຸງສູງເຖິງ 25% ເພື່ອຕອບສະໜອງສິ່ງທ້າທາຍຂອງເຄືອຂ່າຍ 5G ໃນອະນາຄົດໃຫ້ດີກວ່າເກົ່າ ລາວໂທລະຄົມມີເປົ້າໝາຍພັດທະນາເສົາສັນຍານໃຫ້ມີຄວາມກະທັດຮັດ ແລະ ລຽບງ່າຍ ໂດຍການປະຕິບັດຕາມຍຸດທະສາດ “1+1”.

    ວິໄສທັດຂອງລາວໂທລະຄົມ ແມ່ນເພື່ອກາຍເປັນຜູ້ໃຫ້ບໍລິການເຄືອຂ່າຍທີ່ດີທີ່ສຸດໃນລາວ ລາວໂທລະຄົມ ບໍ່ພຽງແຕ່ສ້າງຄວາມທັນສະໄໝໃຫ້ເສົາອາກາດເທົ່ານັ້ນ ແຕ່ຍັງໄດ້ແນະນຳວິທີການແກ້ໄຂທີ່ເປັນນະວັດຕະກຳຫຼາຍຢ່າງ ເຊັ່ນ: FDD Massive MIMO super band ການຈັດຕາຕະລາງໄຟຟ້າທີ່ຊານສະຫຼາດ ການປັບປຸງຄຸນນະພາບຂອງຜູ້ໃຊ້ ໂດຍອີງໃສ່ການບໍລິການ ແລະ ອື່ນໆ.

    ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຫົວເຫວີຍ ດ້ວຍການສື່ສານອຸດສາຫະກຳດ້ານເສົາອາກາດໃນພາກພື້ນທີ່ເປັນເອກະລັກ ເຊິ່ງແນໃສ່ເພື່ອຂັບເຄື່ອນອາຊີປາຊີຟິກໄປສູ່ການປັບປຸງເສົາອາກາດທີ່ທັນສະໄໝ ເປັນການປະກອບສ່ວນໃຫ້ຄວາມກ້າວໜ້າຂອງເຕັກໂນໂລຊີເສົາອາກາດ ແລະ ການພັດທະນາອຸດສາຫະກຳເສົາອາກາດ ເຊິ່ງມີຜູ້ໃຫ້ບໍລິການໂທລະຄົມມະນາຄົມຊັ້ນແນວໜ້າຫຼາຍກວ່າ 200 ບໍລິສັດ ແລະ ຫຼາຍກວ່າ 500 ຄົນທົ່ວພາກພື້ນອາຊີ-ປາຊີຟິກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມທັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບທ່າອ່ຽງວິວັດທະນາການດ້ານເສົາອາກາດ.                          

           # ຂ່າວ & ພາບ :ສະບາໄພ

error: Content is protected !!