ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສປປ ລາວ ໃຫ້ສໍາພາດກ່ຽວກັບໂຄງການກໍ່ສ້າງສະພາແຫ່ງຊາດລາວ ຫຼັງໃໝ່ ໃນວັນທີ 29 ມິຖຸນາ 2021 ວ່າ: ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງສອງຊາດ ລາວ- ຫວຽດນາມ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນກໍລະກົດ 2018 ດ້ວຍມູນຄ່າກໍ່ສ້າງ 111,75 ລ້ານ ໂດລາສະຫະລັດ ໂດຍການມອບໝາຍໃຫ້ແມ່ທັບນ້ອຍເປັນຜູ້ກໍ່ສ້າງ.

+ ໂຄງການນີ້ ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ເປັນໂຄງການທີ່ມີຄວາມໝາຍສໍາຄັນ ເປັນສັນຍະລັກ ແລະ ຕົວແບບແຫ່ງຄວາມສາມັກຄີພິເສດທີ່ມີຊີວິດຊີວາ ລະຫວ່າງ ລາວ-ຫວຽດນາມ ບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ປັນກັນ”. ເຖິງແມ່ນວ່າການກໍ່ສ້າງໂຄງການອັນມີຄວາມໝາຍສໍາຄັນນີ້ ໄດ້ດໍາເນີນໄປໃນສະພາບການທີ່ທັງສອງປະເທດປະສົບກັບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ ແຕ່ດ້ວຍຄວາມເອົາໃຈໃສ່ຂອງທັງສອງຝ່າຍ ເຖິງແມ່ນວ່າບໍ່ທັນສຳເລັດຢ່າງສົມບູນແບບ ແຕ່ກໍສາມາດນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມີນາຜ່ານມາຢ່າງມີຜົນສຳເລັດເປັນຢ່າງດີ.

ຜົນສໍາເລັດຂອງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ແຫ່ງນີ້ ໄດ້ມາຍ້ອນຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈສູງຂອງຄະນະຮັບຜິດຊອບໂຄງການທຸກຂັ້ນ ຕະຫຼອດຮອດພະນັກງານ ຊ່ຽວຊານ ກໍາມະກອນທຸກຄົນ ທີ່ໄດ້ສຸມທຸກເຫື່ອແຮງ ສະຕິປັນຍາ ແລະ ສີມືອັນປານີດຂອງຕົນ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ ໃນການດໍາເນີນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວທັງເວັນ ແລະ ຄືນ ຢ່າງຕັ້ງໜ້າ ແລະ ບໍ່ຮູ້ອິດຮູ້ເມື່ອຍ ພິເສດ ແມ່ນກ່ຽວກັບສີມືແຮງງານຂອງຊ່າງ ແລະ ແຮງງານໃນພາກສະໜາມວ່າມີສີມືທີ່ດີເລີດ ສາມາດກໍ່ສ້າງຖືກຕ້ອງຕາມການອອກແບບທີ່ເປັນເອກະລັກ ແລະ ລັກສະນະພິເສດຂອງວັດທະນະທຳລາວ. ນອກນັ້ນ ຍັງຕີລາຄາໄດ້ວ່າ ຫໍສະພາແຫ່ງຊາດແຫ່ງນີ້ ມີມີຄວາມສະຫງ່າ ມີຄຸນນະພາບດ້ານສິລະປະກໍາ ສະຖາປັດຕະຍະກໍາ ຕາມມາດຕະຖານເຕັກນິກທີ່ທັນສະໄໝໃນການອອກແບບ ແລະ ການກໍ່ສ້າງ ມີຄວາມງົດງາມ ດ້ວຍເອກະລັກສະເພາະ ແລະ ສະຖາປັດສະຍາກຳແບບລາວ ເປັນສະຖານທີ່ເຮັດວຽກທີ່ມີເງື່ອນໄຂອຳນວຍຄວາມສະດວກ ທັນສະໄໝທີ່ສຸດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທັງໝົດຂອງສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ. ພ້ອມທັງຈະເປັນສະຖານທີ່ທັດສະນະສຶກສາໃຫ້ປະຊາຊົນ ໂດຍສະເພາະ ແກ່ຮຸ່ນຄົນໜຸ່ມຂອງລາວ ເພື່ອຮຽນຮູ້ກ່ຽວກັບລະບອບການເມືອງ ລະບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການນິຕິບັນຍັດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ທັງເປັນບ່ອນຮຽນຮູ້ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ
# ຂ່າວ & ພາບ : ໄຊບັນດິດ