ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19

    ຕອນບ່າຍວັນທີ 22 ເມສາ 2020 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ບໍລິສັດ ເຊີນຊາງຊີ້ງ ການຄ້າ ແລະ ການສົ່ງເສີມການປູກຝັງຂາອອກ-ຂາເຂົ້າ ຈຳກັດ ໄດ້ນຳເຄື່ອງມາມອບໃຫ້ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເຊິ່ງປະກອບມີ: ຜ້າອັດປາກ-ດັງຈຳນວນ 10.000 ອັນ ນ້ຳດື່ມ 100 ແກັດ ພ້ອມເງິນສົດຈຳນວນ 10 ລ້ານກີບ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ ກ່າວມອບໂດຍທ່ານ ສຸດານ້ອຍ ສຸພົນດາ ຕາງໜ້າບໍລິສັດ ເຊີນ ຊາງຊີ້ງ ແລະ ກ່າວຮັບໂດຍທ່ານ ບຸນທອງ ພົມມະຈັກ ຫົວໜ້າຈັດຕັ້ງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ສຳລັບ ເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ ເພື່ອໃຫ້ນະຄອນຫຼວງວຽງຈັນນຳໄປໜູນໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນນຳໄປແຈກຢາຍ ແລະ ມອບໃຫ້ເຈົ້າໜ້າທີ່ສະເພາະກິດທີ່ປະຕິບັດໜ້າທີ່ຢູ່ 9 ເມືອງໃນນະຄອນຫຼວງວຽງຈັນ.

error: Content is protected !!