ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 25 ກໍລະນີ ໃນນິ້ ນວ 1 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວມື້ນີ້ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ສຳລັບ ສປປ ລາວ ມາຮອດວັນທີ 28 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 858 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 25 ຄົນ ຈາກນະຄອນຫຼວງວຽງຈັນ (ນວ) 1 ກໍລະນີ ສະຫວັນນະເຂດ 1 ກໍລະນີ ຈຳປາສັກ 9 ກໍລະນີ ແຂວງວຽງຈັນ 13 ກໍລະນີ ແລະ ຄຳມ່ວນອີກ 1 ກໍລະນີ.

     ສຳລັບ ນວ ແລະ ແຂວງວຽງຈັນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ສ່ວນສະຫວັນນະເຂດ ຈຳປາສັກ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າເປັນກໍລະນີນຳເຂົ້າ ດັ່ງນັ້ນ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.101 ຄົນ ບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວທັງໝົດ 140 ຄົນ.

    ກ່ຽວກັບກໍລະນີຜູ້ຕິດເຊື້ອໃໝ່ 1 ຄົນ ໃນ ນວ ທີ່ພົບໃນມື້ນີ້ ລາຍລະອຽດມີດັ່ງຕໍ່ໄປນີ້:

    ເພດຍິງ ອາຍຸ 5 ປີ ສັນຊາດລາວ ບ້ານຫົວຊ້າງ ເມືອງນາຊາຍທອງ ນວ ຜູ້ກ່ຽວມີອາການໄອ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ໄປເກັບຕົວຢ່າງຢູ່ ມສ ສີໂຄດ ໃນວັນທີ 28 ມິຖຸນາ 2021 ແລະ ຜົນກວດພົບເຊື້ອ.

    ເຂດ/ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອເດີນທາງໄປ:

  • ວັນທີ 17 ມິຖຸນາ 2021 ເວລາ 10:00-10:30 ໂມງ ໄດ້ໄປຊື້ນົມຢູ່ຮ້ານ ເຈມາກ ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ເວລາ 11:00-12:00 ໂມງ ໄປຊື້ເຄື່ອງຢູ່ຕະຫຼາດຂົວດີນ
  • ວັນທີ 21 ມິຖຸນາ 2021 ເວລາ 09:00-11:30 ໂມງ ໄປເຮັດບົດຢູ່ບ້ານອາຈານ (ບ້ານດອນກອຍ ເມືອງໄຊເສດຖາ)
  • ວັນທີ 24 ມິຖຸນາ 2021 ໄປຕະຫຼາດໂນນສະອາດ
  • ວັນທີ 26 ມິຖຸນາ 2021 ເວລາ 08:00-08:30 ໂມງ ໄດ້ໄປຕະຫຼາດດົງໜາກຄາຍ ເວລາ 14:00-16:30 ໂມງ ໄດ້ໄປນັ່ງກິນຕໍາຢູ່ທ່າງ່ອນ ທາງເຂົ້າວັດທ່າງ່ອນເວລາ 10:00-17:00 ໂມງ ໄດ້ໄປບ້ານພີ່ນ້ອງ ຢູ່ບ້ານຫົວຊ້າງ ເມືອງນາຊາຍທອງ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!