ໂຄງການ PaCoH ໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ

    ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ ຈັດກອງປະຊຸມແບບທາງໄກ ວັນທີ 24 ມິຖຸນາ 2021 ຢູ່ແຂວງຊຽງຂວາງ ເພື່ອສະຫຼຸບປິດໂຄງການ “ຮ່ວມມືເພື່ອສຸຂະພາບຊຸມຊົນ ແຂວງຊຽງຂວາງ” (PaCoH) ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ (EU) ລັດຖະບານປະເທດລຸກຊຳບວກ ແລະ ອົງການແຄຣິຕັສ ລຸກຊຳບວກ ມີຈຸດປະສົງເພື່ອປັບປຸງໂພຊະນາການ ແລະ ເພີ່ມທະວີການພັດທະນາຊຸມຊົນໃນເຂດຊົນນະບົດທີ່ດ້ອຍໂອກາດຂອງແຂວງຊຽງຂວາງ ຜ່ານການສ້າງຕັ້ງຮູບແບບການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທາງສັງຄົມ ໂຄງການ PaCoH ຈັດຕັ້ງປະຕິບັດແຕ່ປີ 2017-2021 ຢູ່ 100 ບ້ານ ໃນ 3 ເມືອງ ມູນຄ່າ 1.598.932 ເອີໂຣ.

    ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ ໄດ້ປະຕິບັດໂຄງການນີ້ໂດຍຮ່ວມມືຢ່າງໃກ້ຊິດກັບພະແນກສາທາລະນະສຸກແຂວງຊຽງຂວາງ ຫ້ອງການສາທາລະນະສຸກເມືອງຄູນ ພູກູດ ແລະ ໝອກ 3 ອົງການຈັດຕັ້ງທາງສັງຄົມລາວ ກໍຄືສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດຂອງຄົນພິການ ແລະ ຜູ້ລອດຊີວິດຈາກລະເບີດ ສະມາຄົມພັດທະນາກະສິກໍາ ແລະ ສິ່ງແວດລ້ອມແບບຍືນຍົງ ແລະ ສະມາຄົມອະນຸຮັກຊັບພະຍາກອນທຳມະ ຊາດ ສິ່ງແວດລ້ອມ ແລະ ການພັດທະນາແບບຊຸມຊົນ ເພື່ອ​ສ້າງ​ຕົວ​ແບບ​ການ​ຮ່ວມ​ມື​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ  ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຢູ່​ລະ​ດັບ​ແຂວງ  ໂດຍການຈັດ​ກອງ​ປະ​ຊຸມ​ເວ​ທີ​ການ​ຮ່ວມ​ມື​ຂັ້​ນແຂວງດ້ານ​ໂພ​ຊະ​ນາ​ການໃນ​ທຸກ 3 ເດືອນ ເຊິ່ງໄດ້ລວມເອົາອຳນາດການປົກຄອງແຂວງ ແລະ ເມືອງ ສະມາຊິກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ມາເຜີຍແຜ່ບົດຮຽນທີ່ຖອດຖອນໄດ້ ການພັດທະນາ ແລະ ແລກປ່ຽນຄວາມຮູ້ ປະສົບການກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການ ລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມຍັງໄດ້ຮັບການສະໜັບສະໜູນໃຫ້ເຂົ້າຮ່ວມກອງປະຊຸມດ້ານໂພຊະນາການລະດັບຊາດໃນຂັ້ນຊຸມຊົນ ໂຄງການ PaCoH ໄດ້ສະໜັບສະໜູນການ​ສົ່ງ​ເສີມ​ວຽກ​ງານ​ສຸ​ຂາພິ​ບານ ແລະ ສຸ​ຂະ​ອະ​ນາ​ໄມ​ແບບ​ມີ​ສ່ວນ​ຮ່ວມ ຢູ່ 86 ບ້ານ ໃນນີ້ 13 ບ້ານ ສາມາດປະກາດເປັນບ້ານສາທາລະນະສຸກແບບຢ່າງ ສົ່ງເສີມການນໍາໃຊ້ວິດ​ຖ່າຍຊຸມຊົນ 1.143 ໜ່ວຍ ເພື່ອຫຼຸດຜ່ອນການຖ່າຍຊະຊາຍ ປັບປຸງ ແລະ ກໍ່ສ້າງລະບົບນ້ຳລິນ 16 ແຫ່ງ ເຮັດໃຫ້ຊຸມຊົນເຂົ້າເຖິງນໍ້າສະອາດ ແລະ ຫຼຸດຜ່ອນພະຍາດທີ່ເກີດຈາກນໍ້າ ການເຂົ້າເຖິງນໍ້າດື່ມສະອາດເພີ່ມຂຶ້ນໃນບັນດາບ້ານເປົ້າໝາຍ ໂດຍຜ່ານການແຈກຢາຍເຄື່ອງກອງນ້ຳ 1.800 ເຄື່ອງ ກິດຈະກຳຍັງປະກອບມີການເກັບກຳຂໍ້ມູນຄົນພິການ ແລະ ຄົນເຈັບທາງຈິດຢູ່ແຂວງຊຽງຂວາງ ຂໍ້ມູນເຫຼົ່ານີ້ ໄດ້ອຳນວຍຄວາມສະດວກໃນການກໍ່ສ້າງວິດຖ່າຍ 70 ໜ່ວຍສຳລັບຄົນພິການ ພະນັກງານຈາກສຸກສາລາ 11 ແຫ່ງໄດ້ຮັບການເສີມສ້າງຄວາມສາມາດດ້ານໂພຊະນາການ ແລະ ອຸປະກອນການແພດສຳລັບສຸຂະພາບແມ່ ແລະ ເດັກ.

    ໂຄງການ PaCoH ແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ EU ເພື່ອແນໃສ່ສະໜັບສະໜູນລັດຖະບານລາວ ໃນການລົບລ້າງຄວາມທຸກຍາກ ປັບປຸງໂພຊະນາການ ແລະ ຫຼຸດຜ່ອນການຂາດສານອາຫານໃນຊຸມຊົນຫ່າງໄກສອກຫຼີກ.

           # ຂ່າວ & ພາບ :ສະບາໄພ

error: Content is protected !!