LaoVietBank ຮ່ວມໃຈຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມແຂວງໄຊຍະບູລີ

    ວັນທີ 26-27 ມິຖຸນາ 2021 ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (LaoVietBank) ພ້ອມຄະນະ ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ເມືອງ ແລະ ໄຊຍະບູລີ ນໍາພາໂດຍທ່ານ ສີປະເສີດ ຄ່ວງສະຫວັນ ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ພ້ອມດ້ວຍຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງຄື: ຊາວໜຸ່ມ ແມ່ຍິງ ແລະ ກໍາມະບານ ທະນາຄານຮ່ວມທຸລະກິດລາວ-ຫວຽດ ເຂົ້າຮ່ວມ.

    ເຄື່ອງທີ່ນໍາໄປມອບປະກອບມີເຄື່ອງອຸປະໂພກ-ບໍລິໂພກເຊັ່ນ: ເຂົ້າສານ ອາຫານແຫ້ງ ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ລວມມູນຄ່າທັງໝົດ 40 ລ້ານກີບ.

​                                # ຂ່າວ & ພາບ:  ຂັນທະວີ

error: Content is protected !!