ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການເລືອດຢູ່ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານເຢຍລະມັນ ຜ່ານກາແດງເຢຍລະມັນປະຈຳລາວ (2007-2021) ຈັດຂຶ້ນວັນທີ 28 ມິຖຸນາ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ໂດຍມີທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ທ່ານ Jems Lutkenherm ເອກອັກຄະລັດຖະທູດປະເທດສະຫະພັນເຢຍລະມັນ ປະຈໍາລາວ ທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ດຣ Tim Bray ຜູ້ຕາງໜ້າກາແດງເຢຍລະມັນ ປະຈໍາລາວ ທ່ານ Jean Marc Thome ຜູ້ຕາງໜ້າກາແດງສະວິດ ປະຈໍາລາວ ພ້ອມດ້ວຍທ່ານຫົວໜ້າກົມ ຕາງໜ້າສູນ ແລະ ໂຮງໝໍສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານອົງການກາແດງລາວ ກ່າວວ່າ: ການຊ່ວຍເຫຼືອສະໜັບສະໜູນຂອງການຈັດຕັ້ງສາກົນຕ່າງໆ ໃນວຽກງານເລືອດແມ່ນເປັນສິ່ງຈໍາເປັນ ໂດຍສະເພາະແມ່ນການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ໂດຍຜ່ານກາແດງເຢຍລະມັນ ຕໍໍ່ການພັດທະນາວຽກງານເລືອດຢູ່ ສປປ ນັບແຕ່ ປີ 2007 ຈົນເຖີງປັດຈຸບັນ ເຊີ່ງແບ່ງອອກເປັນ 3 ໄລຍະຕິດຕໍ່ກັນຄື

- ໄລຍະທີ 1 ແຕ່ 2007-2014 ງົບປະມານ 901.318 ເອີໂຣ ປະມານ 10,1 ຕື້ກວ່າກີບ
- ໄລຍະທີ 2 ແຕ່ 2015-2017 ງົບປະມານ 990.760 ເອີໂຣ ປະມານ 11,2 ຕື້ກວ່າກີບ
- ໄລຍະທີ 3 ແຕ່ 2018-2021 ງົບປະມານ 1.407.099 ເອີໂຣ ເກືອບ 16 ຕື້ກວ່າກີບ


ລວມການຊ່ວຍເຫຼືອ 3 ໄລຍະ 3.299.177 ເອີໂຣ ປະມານ 37,3 ຕື້ກວ່າກີບ ເຮັດໃຫ້ວຽກງານເລືອດຂອງ ສປປ ລາວ ຢູ່ໃນລະດັບສູນເລືອດແຫ່ງຊາດ ສູນເລືອດແຂວງ 17 ແຂວງ ແລະ ໜ່ວຍເກັບຮັກສາເລືອດຂັ້ນເມືອງ 30 ເມືອງ ໄດ້ຮັບການປັບປຸງ ມີການພັດທະນາໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ ໂດຍຜ່ານການອົບຮົມ ໃຫ້ຄວາມຮູ້ທາງດ້ານເຕັກນິກໃຫ້ຖືກຕາມຫຼັກການຂອງອົງການອະນາໄມໂລກ ແລະ ທັງມີຄວາມເຂັ້ມແຂງທາງດ້ານໂຄງຮ່າງພື້ນຖານ ມີອາຄານໃຫ້ແກ່ສູນເລືອດແຂວງ ປະກອບອຸປະກອນການແພດໃນທຸກລະດັບ ປະກອບພາຫະນະລົດຕູ້ສໍາລັບອອກຮັບບໍລິຈາກເລືອດໃຫ້ແກ່ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ລົດຈັກສໍາລັບເຄື່ອນໄຫວວຽກງານໃຫ້ແກ່ໜ່ວຍເກັບຮັກສາເລືອດຂັ້ນເມືອງ ສ້າງລະບົບຕາໜ່າງການບໍລິການໃຫ້ເປັນລະບົບນັບແຕ່ສູນກາງ ຫາ ຂັ້ນເມືອງຕະຫຼອດໄລຍະ 15 ປີ ທີ່ຜ່ານມາ ເຫັນວ່າໄດ້ມີຜູ້ໄດ້ຮັບຜົນປະໂຫຍດ ເຊີ່ງແມ່ນຄົນເຈັບຜູ້ໄດ້ຮັບເລືອດທີ່ໄດ້ຮັບການຊ່ວຍຊີວິດເປັນຈໍານວນຫຼວງຫຼາຍ.

ໃນໂອກາດອັນມີຄວາມໝາຍ ຂໍຕາງໜ້າໃຫ້ການນໍາອົງການກາແດງລາວ ຕາງໜ້າໃຫ້ປະຊາຊົນລາວຜູ້ໄດ້ຮັບຜົນປະໂຫຍດ ສະແດງຄວາມຂອບໃຈຢ່າງສູງ ໃນການຊ່ວຍເຫຼຶອອັນມີຄຸນຄ່າ ແລະ ມີຜົນປະໂຫຍດ ມີຜົນສໍາເລັດອັນໃຫຍ່ຫຼວງຂອງລັດຖະບານເຢຍລະມັນ ຂອງອົງການກາແດງເຢຍລະມັນ ກໍຄືປະຊາຊົນເຢຍລະມັນທີ່ມີຕໍ່ປະຊາຊົນລາວ ແລະ ຜົນສໍາເລັດຂອງການຊ່ວຍເຫຼືອທີ່ມີປະສິດປະຜົນດັ່ງກ່າວ.