ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດວັນທີ 26 ມິຖຸນາ 2021 ໂອກາດທີ່ລົງຕິດຕາມ ແລະ ກວດກາເບິ່ງຄຸນນະພາບບັນດາເສັ້ນທາງທີ່ໄດ້ສ້ອມແປງໃນໄລຍະຜ່ານມາ ຮ່ວມກັບຂະແໜງຂົວທາງ ໂດຍສະເພາະ ເສັ້ນທາງເຂົ້າຫາບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ວ່າ:
ໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ວຽກງານພັດທະນາພື້ນຖານໂຄງລ່າງ ຖະໜົນຫົນທາງ ເປັນວຽກງານໜຶ່ງທີ່ໄດ້ຈັດຕັ້ງເປັນປົກກະຕິ ໃນນີ້ ພວກເຮົາໄດ້ປັບປຸງຍົກລະດັບ ແລະ ສ້ອມແປງເສັ້ນທາງເຊື່ອມຕໍ່ແຕ່ເສັ້ນທາງເລກທີ 13 ໃຕ້ ກິໂລແມັດທີ 52 ເຂົ້າຫາບ້ານປາກກວາງ ມີຄວາມຍາວ 10 ກິໂລແມັດ ໂດຍໄດ້ນໍາໃຊ້ງົບປະມານຈາກໂຄງການຟື້ນຟູໄພພິບັດນໍ້າຖ້ວມ ນະຄອນຫຼວງວຽງຈັນ 1,8 ຕື້ກີບ ເພື່ອແກ້ໄຂເປັນບາງໄລຍະທີ່ຕ້ອງໄດ້ປັບປຸງ ອີງໃສ່ງົບປະມານທີ່ໄດ້ຮັບ ຈຶ່ງໄດ້ປູຢາງ 2 ຊັ້ນຢູ່ 4 ຈຸດ ມີຄວາມຍາວທັງໝົດ 1,8 ກິໂລແມັດຄື: ປູຢາງຈຸດປາກທາງເຂົ້າເສັ້ນທາງເລກທີ 13 ໃຕ້ ເຂົ້າໄປປະມານ 200 ແມັດ ໜ້າຄ້າຍທະຫານ ໜ້າໂຮງຮຽນຈີນ ແລະ ປູໜ້າໂຮງຮຽນຂອງບ້ານປາກກວາງ ເພື່ອແກ້ໄຂບາງຈຸດທີ່ມີຄວາມຈຳເປັນ ເຊິ່ງໜ້າວຽກການສ້ອມແປງ ປັດຈຸບັນສຳເລັດໄດ້ເດືອນກວ່າແລ້ວ ແລະ ກໍຍັງມີເສັ້ນທາງອື່ນໆອີກ ນອກນີ້ ເພື່ອເປັນການປົກປັກຮັກສາເສັ້ນທາງ ແລະ ເຂດສະຫງວນຂອງທາງ ເມືອງປາກງື່ມໄດ້ປູກຕົ້ນໄມ້ລຽບຕາມແຄມທາງທັງສອງເບື້ອງ ພ້ອມນັ້ນ ຍັງໄດ້ປຸກລະດົມປະຊາຊົນມີສ່ວນຮ່ວມປູກຕົ້ນໄມ້ລຽບຕາມແຄມທາງທີ່ຢູ່ໃນຂອບເຂດດິນຂອງຕົນຕື່ມອີກ. ຜ່ານການລົງຕິດຕາມກວດກາເບິ່ງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກ ກໍຄືການປູຢາງເສັ້ນທາງເສັ້ນດັ່ງກ່າວ ເຫັນໄດ້ວ່າບໍລິສັດຜູ້ຮັບເໝົາປະຕິບັດໄດ້ດີຫຼາຍ ເສັ້ນທາງມີຄຸນນະພາບມາດຕະຖານທີ່ກໍານົດໄວ້.

ເສັ້ນທາງເລກທີ 13 ກິໂລແມັດທີ 52 ເຊື່ອມຕໍ່ຫາບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນເສັ້ນທາງຍຸດທະສາດການພັດທະນາຂອງເມືອງປາກງື່ມ ທີ່ເຊື່ອມຕໍ່ຫຼາຍໝູ່ບ້ານ ທັງເຊື່ອມຈອດຫາຂົວຕົງແກ່ງ (ຂົວຂ້າມນໍ້າງື່ມ ບ້ານທ່າກົກໄຮ) ມີຄວາມຍາວທັງໝົດ 23 ກິໂລແມັດ ເຊິ່ງເສັ້ນທາງດັ່ງກ່າວ ເປັນໂຄງການພັດທະນາເສັ້ນທາງຫຼວງຂອງເມືອງປາກງື່ມ ເຊິ່ງການນຳນະຄອນຫຼວງວຽງຈັນ ໄດ້ມີທິດຊີ້ນຳໃຫ້ຮັກສາເສັ້ນທາງນີ້ໃຫ້ເປັນເສັ້ນທາງທ່ອງທ່ຽວລຽບຕາມແຄມແມ່ນໍ້າງື່ມ ໃນອະນາຄົດ ຈະພັດທະນາເປັນເຂດເມືອງ ແລະ ເຮັດໃຫ້ເປັນເສັ້ນທາງທ່ອງທ່ຽວລຽບຕາມສອງແຄມຝັ່ງແມ່ນໍ້າງື່ມ.


. # ຂ່າວ & ພາບ : ຂັນທະວີ