ອົງການໄອຍະການປະຊາຊົນ ນວ ປະກາດການຈັດຕັ້ງ

      ພິທີປະກາດການຈັດຕັ້ງຂອງອົງການໄອຍະການປະຊາຊົນເຂດ III ແລະ ອົງການໄອຍະການປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ມິຖຸນາ 2021 ຢູ່ອົງການໄອຍະການປະຊາຊົນສູງສຸດ ໂດຍມີທ່ານ ບຸນມາ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສູດ ພ້ອມດ້ວຍຫົວໜ້າໄອຍະການພາກກາງ ຫົວໜ້າພະແນກຍຸຕິທຳ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ບຸນໄທ ປັນແກ້ວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານອົງການໄອຍະການປະຊາຊົນສູງສຸດ ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນ ນວ ເຊິ່ງຫົວອົງການໄອຍະການປະຊາຊົນສູງສູງ ຕົກລົງເຫັນດີຍົກຍ້າຍທ່ານ ໂນສະຫວັນ ສີຫາລາດ ຮັກສາການຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າອົງການໄອຍະການປະຊາຊົນ ນວ ຍົກຍ້າຍທ່ານ ສູນທອນ ພັນທະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນ ນວ ໄປເປັນຫົວໜ້າອົງການໄອຍະການປະຊາຊົນເຂດ III ນວ ຍົກຍ້າຍທ່ານ ຄໍາແກ່ນ ສີຊົມພູ ຫົວໜ້າອົງການໄອຍະການປະຊາຊົນເຂດ IV ໄປເປັນຫົວໜ້າຫ້ອງການອົງການໄອຍະການປະຊາຊົນພາກກາງ ແລະ ແຕ່ງຕັ້ງທ່ານນາງ ອຳໄພ ນ້ອຍວົງ ຫົວໜ້າອົງການໄອຍະການປະຊາຊົນ ເຂດ III ເປັນຫົວໜ້າອົງການໄອຍະການປະຊາຊົນເຂດ IV ນວ.

     ໂອກາດນີ້ ທ່ານ ບຸນມາ ຈັນດາລາສານ ໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກຍົກຍ້າຍ ແລະ ຮັບການແຕ່ງຕັ້ງໃໝ່ ຈົ່ງຍົກສູງສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ ຕ້ອງມີທັດສະນະຄວາມຄິດເປັນເອກະພາບເປັນໝູ່ຄະນະ ຮູ້ກ້າຄິດ ກ້າກະທໍາ ແກ້ໄຂບັນຫາຢ່າງຖືກຕ້ອງ  ເອົາໃຈໃສ່ເພີ່ມທະວີສືກສາອົບຮົມການເມືອງແນວຄິດສະມາຊິກພັກ-ພະນັກງານຂອງຕົນ ເພື່ອກຳໄດ້ທິດທາງ ແລະ ແນວທາງນະໂຍບາຍຂອງພັກ ໂດຍສະເພາະ ການເອົາໃຈໃສ່ແກ້ໄຂບັນຫາຄະດີຕາມ 5 ທັດສະນະຂອງພັກ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ແລະ ມີຄຸນນະພາບຫຼາຍຂຶ້ນ.

​                              # ຂ່າວ & ພາບ: ລັດເວລາ

error: Content is protected !!