ມື້ນີ້ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ທັງໝົດ 26 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ແລະ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຮ່ວມກັນຖະແຫຼງຂ່າວປະຈຳວັນທີ 28 ມິຖຸນາ 2021 ກ່ຽວກັບສະພາບການແຜ່ລະບາດພະຍາດໂຄວິດ-19 ໃນ ສປປ ລາວ ແລະ ໃນໂລກ.

    ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ວັນທີ 27 ມິຖຸນາ 2021 ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.129 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ ໃນນີ້ ຈາກນະຄອນຫຼວງວຽງຈັນ 7 ຄົນ ແຂວງວຽງຈັນ 4 ຄົນ ຫຼວງນ້ຳທາ 2 ຄົນ ໄຊຍະບູລີ 1 ຄົນ ສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 8 ຄົນ ສຳລັບ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງນ້ຳທາ ແລະ ໄຊຍະບູລີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ສ່ວນແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າເປັນກໍລະນີນຳເຂົ້າ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 2.076 ຄົນ ບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວທັງໝົດ 124 ຄົນ. ຈຳນວນບ້ານແດງໃນນະຄອນຫຼວງວຽງຈັນແມ່ນມີ 12 ບ້ານ ໃນ 6 ເມືອງຄື: ເມືອງຈັນທະບູລີ ສີສັດຕະນາກ ໄຊທານີ ສີໂຄດຕະບອງ ໄຊເສດຖາ ແລະ ນາຊາຍທອງ  ສຳລັບບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 28 ມິຖຸນາ 2021 ມີ 1 ບ້ານຄື: ບ້ານສີເກີດ ເມືອງນາຊາຍທອງ ນວ ແລະ ບ້ານທີ່ສິ້ນສຸດການເປັນເຂດແດງມາເປັນເຂດເຫຼືອງ ປະຈຳວັນທີ 28 ມິຖຸນາ 2021 (ບໍ່ມີ).

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!