ພະອາຈານບຸນຍາດ ສືບຕໍ່ແຈກຢາຍສິ່ງຂອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອໂຄວິດ-19

    ໂດຍໄດ້ຮັບການປະກອບສ່ວນເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ຈາກພະອາຈານແກ້ວ ວັດໂສກປ່າຫຼວງ ຄອບຄົວທ່ານ ສຸຂັນສັກ ນາງ ໂຄຕາມີ ສີສຸກ ຈັນທະມາລີ ພ້ອມດ້ວຍລູກຫຼານນາງ ຄໍາຫຼ້າ ຮ້ານຟິດເນັດ ທ່ານໝໍ ວິລະສັກ ນາງ ຕ້ອມ ນາງແກ້ວ ບ້ານທ່າພະລານໄຊ ພ້ອມຄອບຄົວ ບ້ານທ່າພະລານໄຊ ເມືອງສີສັດຕະນາກ.

    ວັນທີ 27 ມິຖຸນາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ແຢກຢາຍສິ່ງຂອງບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນ ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ທີ່ໄດ້ຮັບຜົນກະທົບ ແລະ ມີຄວາມຫຍູ້ງຍາກໃນການດໍາລົງຊີວິດໃນໄລຍະການບາດເຊື້ອພະຍາດໂຄວິດ-19 ເຊິ່ງມີຈໍານວນ 135 ຄົນ ແລະ ແຈກຢາຍໃຫ້ນາຍຄູໂຮງຮຽນປະຖົມໂສກປ່າຫຼວງ ປະຖົມທາດຂາວ ແລະ ໂຮງຮຽນມັດທະຍົມຕົ້ນທາດຂາວ 135 ຄົນ.

​                                  # ຂ່າວ & ພາບ:  ຂັນທະວີ

error: Content is protected !!