ປະຊາຊົນທົ່ວປະເທດ ດີໃຈກັນທົ່ວໜ້າ ເມື່ອຮູ້ຂ່າວດີວ່າໃນມື້ນີ້ ທາງທິມງານແພດ-ໝໍ ກວດບໍ່ພົບຜູ້ຕິດເຊື້ອ Covid-19 ເພີ່ມ ນັບວ່າເປັນຂ່າວດີມື້ທີ່ 10 ຕິດຕໍ່ກັນແລ້ວ ພ້ອມດຽວກັນນີ້ ຜູ້ທີ່ຕິດເຊື້ອ Covid-19 ຢູ່ແຂວງຫຼວງພະບາງ 2 ໃນຈຳນວນ 3 ຄົນນັ້ນ ກວດບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ ດັ່ງນັ້ນ ທັງ 2 ຄົນຈະໄດ້ອອກໂຮງໝໍໃນມື້ນີ້ ແລະ ໄປຕິດຕາມຕົນເອງຢູ່ເຮືອນ 14 ວັນ.

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ໄດ້ຖະແຫຼງຂ່າວໃນຕອນບ່າຍວັນທີ 22 ເມສາ 2020 ວ່າ: ຕົວເລກຂອງຜູ້ທີ່ຕິດເຊື້ອຍັງຄົງຢູ່ 19 ຄົນ ແລະ ສາມາດປິ່ນປົວດີສົ່ງກັບເຮືອນເພື່ອຕິດຕາມອາການແລ້ວຈຳນວນ 04 ຄົນ ຍິງ 03 ຄົນ.
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ກ່າວວ່າ: ວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຕິດຕາມຄົບກຳນົດມາກວດຄືນ 21 ຄົນ ກໍລະນີມີອາການສົງໄສ 11 ຄົນ ແລະ 51 ຄົນ ຈາກແຮງງານລາວທີ່ກັບມາແຕ່ໄທ ເຊິ່ງບໍ່ມີອາການສະແດງ. ໃນຈຳນວນ 83 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 13 ຄົນ ແລະ ຕ່າງແຂວງ 70 ຄົນ ລາຍລະອຽດມີຫຼວງພະບາງ 25 ຄົນ ໄຊສົມບູນ 22 ຕົວຢ່າງ (ກຸ່ມສຳຜັດໃກ້ຊິດທີ່ຕິດຕາມຄົບກຳນົດມາກວດຄືນ 21 ຄົນ) ວຽງຈັນ 08 ຄົນ ຈຳປາສັກ 06 ຄົນ ອຸດົມໄຊ 05 ຄົນ ໄຊຍະບູລີ 02 ຄົນ ຊຽງຂວາງ 01 ຄົນ ບໍລິຄຳໄຊ 01 ຄົນ ຜົນກວດທັງໝົດ 83 ກໍລະນີ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 21 ເມສາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.461 ຄົນ ກວດພົບເຊື້ອທັງໝົດ 19 ຄົນ (10 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ຈຳນວນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 09 ມີນາ – 21 ເມສາ 2020 ມີທັງໝົດ 313 ຄົນ ໝົດກຳນົດຕິດຕາມທັງໝົດ 308 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 05 ຄົນ ເຊິ່ງຕິດຕາມຢູ່ນະຄອນຫຼວງວຽງຈັນ ທັງໝົດແມ່ນຕິດຕາມຢູ່ໂຮງໝໍ 103 ໂດຍສະເລ່ຍຍັງອີກ 03 ມື້ຈຶ່ງຄົບກຳນົດຕິດຕາມ 14 ວັນ ຖືວ່າຜູ້ສຳຜັດໃກ້ຊິດກັບຄົນເຈັບທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ.
ການຕິດຕາມຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ສຳລັບຜູ້ເດີນທາງມາຈາກຕ່າງປະເທດ ມາຮອດວັນທີ 21 ເມສາ 2020 ທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດ 397 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 1.748 ຄົນຈຳກັດບໍລິເວນຢູ່ເຮືອນ 1.954 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອມີທັງໝົດ 173 ຄົນ ທັງໝົດບໍ່ພົບເຊື້ອ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍແຂວງຫຼວງພະບາງ ມີ 03 ຄົນ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ມື້ວານນີ້ໄດ້ເກັບຕົວຢ່າງ 02 ຄົນມາກວດອີກຄັ້ງ ເຫັນວ່າບໍ່ພົບເຊື້ອຕິດຕໍ່ກັນ 02 ຄັ້ງ ດັ່ງນັ້ນ ທັງ 02 ຄົນຈະໄດ້ອອກໂຮງໝໍໃນມື້ນີ້ ແລະ ໄປຕິດຕາມຕົນເອງຢູ່ເຮືອນ 14 ວັນ ຍັງເຫຼືອ 01 ຄົນ ແມ່ນສືບຕໍ່ຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ ສ່ວນຢູ່ໂຮງໝໍມິດຕະພາບ ມີ 14 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ກວດຫາເຊື້ອເພື່ອຢັ້ງຢືນ ເຊິ່ງປັດຈຸບັນຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍທັງໝົດ 15 ຄົນ.