ພິທີເຊັນສັນຍາຮ່ວມມືລະຫວ່າງໂຄງການອົງຄະທຽມ – ເຄື່ອງຄໍ້າຊູ ແລະ ອົງການເວີລດ໌ເອດຢູເຄຊັນ ປະຈຳລາວ ກ່ຽວກັບການສະໜັບສະໜູນເຂົ້າໃນວຽກງານບໍລິການຢ່າງເທົ່າທຽມກັນ ເພື່ອການຟື້ນຟູທາງດ້ານຮ່າງກາຍ ຈັດຂຶ້ນວັນທີ 28 ມິຖຸນາ 2021 ທີ່ສູນຟື້ນຟູໜ້າທີ່ການ (CMR) ຮ່ວມລົງນາມໂດຍທ່ານນາງ ຊາຣ່າ ບູຣນາກີ ຜູ້ອຳນວຍການອົງການເວີລດ໌ເອດຢູເຄຊັນ ປະຈຳລາວ ແລະ ທ່ານນາງ ເມດຕາ ທິບພະວົງ ຫົວໜ້າໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ (COPE) ເປັນກຽດເຂົ້າຮ່ວມຂອງທ່ານ ປີເຕີ ເຮ່ມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ພ້ອມດ້ວຍຫົວໜ້າສູນ CMR ແລະ ຂະແໜງການກ່ຽວຂ້ອງ.

ການຮ່ວມມືຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກອົງການ USAID ຂອງສະຫະລັດອາເມຣິກາ ມູນຄ່າ 500.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານການແພດຟື້ນຟູໜ້າທີ່ການ ໃນການສະໜອງອົງຄະທຽມ ແລະ ເຄື່ອງຄໍ້າຊູທີ່ມີລາຄາເໝາະສົມ ເພື່ອຕອບສະໜອງກັບຄວາມຕ້ອງການຂອງປະຊາຊົນທີ່ເປັນພິການ ໂດຍສະເພາະ ແມ່ນເດັກນ້ອຍໃຫ້ນັບມື້ສູງຂຶ້ນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2021 ຫາເດືອນກໍລະກົດ 2022.


ການເຊັນສັນຍາຮ່ວມມືຄັ້ງນີ້ ຈະຊ່ວຍ COPE ສາມາດພັດທະນາຄວາມຮູ້ ຄວາມສາມາດ ແລະ ທັກສະທາງດ້ານການຟື້ນຟູໜ້າທີ່ການຂອງພະນັກງານເຊັ່ນ: ການປິ່ນປົວເດັກນ້ອຍທີ່ມີຄວາມຜິດປົກກະຕິມາແຕ່ກຳເນີດ ເສີມຂະຫຍາຍຄວາມອາດສາມາດຕໍ່ກັບເດັກນ້ອນທີ່ພິການທາງສະໝອງ ແລະ ອື່ນໆ

# ຂ່າວ & ພາບ: ອົ່ນ ໄຟສົມທອງ