ນວ ມອບເງິນຊ່ວຍເຫຼືອ 2 ນະຄອນ ສສ ຫຽດນາມ

    ວັນທີ 25 ມິຖຸນາ 2021 ທີ່ສະຖານທູດ ສສ ຫວຽດນາມ ປະຈໍາລາວ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ນຳໂດຍທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ແລະ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ມອບເງິນຊ່ວຍເຫຼືອນະຄອນຫຼວງຮ່າໂນ້ຍ ຈຳນວນ 15.000 ໂດລາສະຫະລັດ ແລະ ນະຄອນ ໂຮ່ຈີມິງ ສສ ຫວຽດນາມອີກ ຈຳນວນ 15.000 ໂດລາສະຫະລັດ ເພື່ອໃຊ້ເຂົ້າໃນການເຄື່ອນໄຫວຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຕາງໜ້າຮັບຂອງທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ.

​                              # ຂ່າວ & ພາບ:  ຂັນທະວີ

error: Content is protected !!