ເຈົ້າຄອງນະຄອນຫຼວງວຽງຈັນ ຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ

    ວັນທີ 27 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຢູ່ໂຮງແຮມໂປລີ ເຊິ່ງການຢ້ຽມຢາມຄັ້ງນີ້ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍສັງເຂບ ກ່ຽວກັບສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍໃນໄລຍະ 6 ເດືອນຕົ້ນປີ 2021 ສາມາດດຶງດູດການລົງທຶນໄດ້ພຽງ 5 ບໍລິສັດ ເມື່ອທຽບໃສ່ຕົວເລກຄາດຄະເນປີ 2021 ປະຕິບັດໄດ້ 25%.

    ພ້ອມນັ້ນ ທ່ານນາງ ຫວງ ສິວ ເຫວີນ ຮອງປະທານບໍລິສັດ ລາວທາດຫຼວງ ລົງທຶນພັດທະນາ ຈໍາກັດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງວ່າ: ໂຄງການເຂດເສດຖະກິດບຶງທາດຫຼວງໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2012 ເປັນຕົ້ນມາ ຮອດປັດຈຸບັນ ການກໍ່ສ້າງພື້ນຖານໂຄງລ່າງໄດ້ສໍາເລັດໂດຍພື້ນຖານ ເປັນຕົ້ນ ໜອງນໍ້າໃຫຍ່ ການປັບໜ້າດິນ ສ້າງຖະໜົນຫົນທາງ ລະບົບໄຟຟ້າ ນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.

    ນອກຈາກນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນຍັງໄດ້ຢ້ຽມຊົມການພັດທະນາພື້ນຖານໂຄງລ່າງອ້ອມຮອບເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຮູບແບບການພັດທະນາເຂດດັ່ງກ່າວຕື່ມອີກ.

.                                 # ຂ່າວ & ພາບ : ຂັນທະວີ

error: Content is protected !!