ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນໃນວັນທີ 21-25 ມິຖຸນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງເຂົ້າຮ່ວມ ໂດຍປະຕິບັດບັນດາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ກອງປະຊຸມຄົບຄະນະໃນຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາທີ່ເປັນຍຸດທະສາດຂອງຊາດ ເປັນຕົ້ນແມ່ນ:
(1) ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
(2) ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ;
(3) ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ທຸກຂອດໃນວຽກງານພະນັກງານ

ເຊິ່ງທັງ 3 ຫົວຂໍ້ດັ່ງກ່າວ ລ້ວນແຕ່ເປັນບັນດາບັນຫາສຳຄັນຮີບດ່ວນ ທີ່ເລັ່ງທວງໃຫ້ຕ້ອງເຊີດຊູບົດບາດການນໍາພາຊີ້ນໍາໂດຍກົງ ແລະ ຮອບດ້ານຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອສຸມໃສ່ບັນຊາແກ້ໄຂຢ່າງເປັນລະບົບ ແລະ ມີປະສິດທິຜົນ ຕິດພັນກັບການປັບປຸງພາຍໃນກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ການກຳນົດ 3 ບັນຫາດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນຂອງພັກເຮົາ ໃນການແກ້ໄຂຄວາມຫຍຸ້ງຍາກ ສິ່ງທ້າທາຍທົດສອບຕ່າງໆທາງດ້ານເສດຖະກິດ-ສັງຄົມ ແລະ ວຽກງານພະນັກງານ ແນໃສ່ເຮັດໃຫ້ຄາດໝາຍ ທິດທາງ ໜ້າທີ່ທີ່ໄດ້ກໍານົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.

ໃນກອງປະຊຸມ ຄະນະບໍລິຫານງານສູນກາງພັກ ໄດ້ເອກະພາບໃຫ້ທິດຊີ້ນໍາວ່າ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແມ່ນບັນຫາທີ່ໄດ້ສະສົມມາເປັນເວລາດົນນານ ເຖິງວ່າຜ່ານມາ ພັກ-ລັດເຮົາ ໄດ້ມີຄວາມພະຍາຍາມແກ້ໄຂ ດ້ວຍຫຼາຍມາດຕະການ ແຕ່ກໍຍັງບໍ່ທັນສາມາດສ້າງການຫັນປ່ຽນຢ່າງຕັ້ງໜ້າໄດ້ເທື່ອ ແລະ ສືບຕໍ່ເປັນສິ່ງທ້າທາຍຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດໃນຊຸມປີຕໍ່ໜ້າ ບົນພື້ນຖານນັ້ນ ໄດ້ຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງຊາດທີ່ຮີບດ່ວນ ເພື່ອຄົ້ນຄວ້າ ແລະ ວາງມາດຕະການອອກຢ່າງເປັນລະບົບ ໃຊ້ເວລາອັນແນ່ນອນ ນັບແຕ່ສ້າງຖານການຜະລິດ-ທຸລະກິດ ການບໍລິການເພື່ອຕອບສະໜອງການຊົມໃຊ້ຢູ່ພາຍໃນ ເພີ່ມການສົ່ງອອກ ແລະ ສ້າງຄວາມເຂັ້ມແຂງຂອງຖານລາຍຮັບ ເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຈ່າຍ ແລະ ການດໍາເນີນບັນດາມາດຕະການປະຢັດຢ່າງຈິງຈັງ ແນໃສ່ສ້າງຄວາມເຂັ້ມແຂງ ກໍຄືການຍົກສູງປະສິດທິພາບການຄຸ້ມຄອງມະຫາພາກຂອງລັດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດຂອງປະເທດເຮົາ.

ການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາ ແມ່ນບັນຫາທີ່ມີຄວາມສໍາຄັນ ຈໍາເປັນຮີບດ່ວນ ທັງເປັນບັນຫາທີ່ກວ້າງຂວາງ ແລະ ມີຄວາມສັບສົນ ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ ບັ່ນທອນຄຸນນະພາບຊີວິດຂອງປະຊາຊົນ ເບື່ອເມົາຊາວໜຸ່ມ ເຍົາວະຊົນທີ່ເປັນອະນາຄົດຂອງຊາດ ດັ່ງນັ້ນ ການແກ້ໄຂບັນຫາດັ່ງກ່າວ ຈຶ່ງຕ້ອງຖືເປັນໜ້າທີ່ຄວາມຮັບຜິດຊອບ ເປັນ “ພາລະກິດທົ່ວປວງຊົນ” ເລີ່ມຈາກສະຖາບັນຄອບຄົວ ສະຖາບັນການສຶກສາ ໂດຍແມ່ນພັກ-ລັດເປັນແກນກາງໃນການນໍາພາຊີ້ນໍາ ເພື່ອຂັບເຄື່ອນການແກ້ໄຂບັນຫາຢາເສບຕິດດ້ວຍມາດຕະການຕ່າງໆໃນສະເພາະໜ້າ ແລະ ຍາວນານ ໃນນັ້ນ ສົມທົບແໜ້ນ ການສະກັດກັ້ນ ປ້ອງກັນ ດໍາເນີນການປາບປາມຂະບວນການ ເຄືອຂ່າຍຢາເສບຕິດຢ່າງເປັນລະບົບ ໄປພ້ອມໆກັນກັບການດຳເນີນແກ້ໄຂຄະດີຂະບວນຍຸຕິທຳຕາມກົດໝາຍໃຫ້ເຂັ້ມງວດ ໂປ່ງໃສ ຍຸຕິທຳ.
ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບວ່າ ບັນດາມາດຕະການໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດທີ່ວາງອອກ ຕ້ອງນໍາໄປສູ່ການຊີ້ນໍາຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເຊີດຊູຄວາມເປັນເຈົ້າການສູງສຸດຂອງທຸກພາກສ່ວນໃນລະບົບການເມືອງ ຕິດພັນກັບການປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມ ທົ່ວປວງຊົນ ສ້າງເປັນຂະບວນການຕົວຈິງ ເພື່ອຈັດຕັ້ງປະຕິບັດໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ ພາຍໃຕ້ການນໍາພາຊີ້ນໍາຂອງຄະນະພັກ ການຄຸ້ມຄອງບໍລິຫານຂອງອົງການປົກຄອງຢູ່ແຕ່ລະຂັ້ນ ພ້ອມນັ້ນ ຄະນະບໍລິຫານງານສູນກາງພັກໄດ້ຕີລາຄາຄືນວຽກງານພະນັກງານຂອງພັກໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນສາເຫດຕົ້ນຕໍທີ່ພາໃຫ້ມີຄວາມຫຍຸ້ງຍາກໃນວຽກງານພະນັກງານໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງທຸກຂອດໃນວຽກງານພະນັກງານໃນຊຸມປີຕໍ່ໜ້າ ຍົກສູງຄວາມສາມາດນຳພາຂອງຄະນະພັກແຕ່ລະຂັ້ນ ຕໍ່ກັບວຽກງານພະນັກງານ ເພື່ອຮັບປະກັນໃຫ້ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານເປັນລະບົບ ມີຄຸນະພາບ ຕາມທິດຫັນເປັນໜຸ່ມ ໃຫ້ມີຄວາມໜັກແໜ້ນ ຕິດພັນກັບການບໍາລຸງສ້າງ ຈັດວາງ ຊັບຊ້ອນ ການຄຸ້ມຄອງ ປະເມີນຜົນ ການປະຕິບັດນະໂຍບາຍ ແລະ ການປະຕິບັດມາດຕະການທາງວິໄນຕໍ່ພະນັກງານຢ່າງເປັນລະບົບ ແລະ ເຂັ້ມງວດ.
. # ຂ່າວ & ພາບ : ໄຊບັນດິດ