ຊຸກຍູ້ການປະຕິບັດວຽກງານຮອບດ້ານ ບ້ານໜອງຂຽດ

    ວັນທີ 26 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ ແລະ ໃຫ້ທິດຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານໜອງຂຽດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ອໍານາດການປົກຄອງບ້ານໃຫ້ການຕ້ອນຮັບ. 

    ການເຄື່ອນໄຫວຄັ້ງນີ້ ທ່ານ ເປ ໄຊຍະວົງສາ ນາຍບ້ານໜອງຂຽດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ຂອງບ້ານ ພົ້ນເດັ່ນແມ່ນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ປັດຈຸບັນ ປຸກລະດົມປະຊາຊົນພາຍໃນບ້ານໄປຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຈໍານວນ 237 ຄົນ ຍິງ 110 ຄົນ ຂອງຈໍານວນພົນລະເມືອງທັງໝົດ 1.037 ຄົນ ຍິງ 539 ຄົນ ພ້ອມນັ້ນ ຍັງໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກສໍາຄັນ ໂດຍສະເພາະ ການເຝົ້າລະວັງຕາມຊາຍແດນ ແລະ ອື່ນໆ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!