ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 27 ມິຖຸນາ 2021ວ່າ: ວັນທີ 26 ມິຖຸນາ ໄດ້ເກັບກໍາຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.354 ຕົວຢ່າງ ຜົນກວດວິເຄາະ ພົບຜູ້ຕິດເຊື້ອ 10 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 1 ຄົນ ເປັນກໍລະນີຕິດເຊື້ອໃນຊຸມຊົນ ສ່ວນແຂວງ ຄໍາມ່ວນ 4 ຄົນ ສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 1 ຄົນ ເຊິ່ງເປັນແຮງງານລາວທີ່ກັບຄືນປະເທດເພື່ອນບ້ານຖືກຕ້ອງຕາມກົດໝາຍ ຖືວ່າເປັນກໍລະນີນໍາເຂົ້າ.
# ຂ່າວ-ພາບ : ຂັນທະວີ