ວັນທີ 25 ມິຖຸນາ 2021 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການຄຸ້ມຄອງປ່າໄມ້ຕາມທິດຍືນຍົງຂຶ້ນ ທີ່ສຳນັກງານພະແນກຂອງຕົນ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ປອງປະຊຸມໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍວຽກງານຄຸ້ມຄອງປ່າໄມ້ໄລຍະຮອດປີ 2020 ແລະ ທິດທາງແຜນການໄລຍະປີ 2021-2025 ຂອງ ນວ ເຫັນວ່າ: ປັດຈຸບັນ ນວ ມີເນື້ອທີ່ປ່າປົກຫຸ້ມ 22.997 ເຮັກຕາ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍນະໂຍບາຍ ນວ ໄດ້ຖືເອົາການຈັດສັນ ແລະ ຄຸ້ມຄອງປ່າໄມ້ແບບຍືນຍົງ ທີ່ຕິດພັນກັບການພັດທະນາປ່າໄມ້ບ້ານ ແລະ ການພັດທະນາຊົນນະບົດ ຜົນສໍາເລັດໃນການປະຕິບັດຄາດໝາຍຄຸ້ມຄອງ ປົກປັກຮັກສາປ່າໄມ້ໃນຜ່ານມາຄື: ນວ ມີປ່າສະຫງວນ 2 ແຫ່ງເຊັ່ນ ປ່າສະຫງວນແຫ່ງຊາດພູພະນັງ ເນື້ອທີ່ 70.000 ເຮັກຕາ ກວມເອົາ ນວ 52.000 ເຮັກຕາ ແລະ ປ່າສະຫງວນພູເຂົາຄວາຍ ເນື້ອທີ່ 200.000 ເຮັກຕາ ກວມເອົາ ນວ 22.000 ເຮັກຕາ ນວ ມີປ່າສະຫງວນຂັ້ນແຂວງ 3 ແຫ່ງ ປ່າປ້ອງກັນຂັ້ນແຂວງ 6 ແຫ່ງ ປ່າປ້ອງກັນຂັ້ນເມືອງ 4 ແຫ່ງ ນວ ມີເນື້ອທີ່ປູກໄມ້ 19.673 ເຮັກຕາ ຟື້ນຟູປ່າໄມ້ ເນື້ອທີ່ 12.231 ເຮັກຕາ.


ສ່ວນທິດທາງແຜນການປີ 2021-2025 ນວ ຈະສູ້ຊົນເພີ່ມເນື້ອທີ່ປົກຫຸ້ມສີຂຽວໃຫ້ໄດ້ 70% ປົກປັກຮັກສາປ່າສະຫງວນ ປ່າປ້ອງກັນ ປ່າຊົມໃຊ້ ປ່າປູກທີ່ມີຢູ່ແລ້ວ ໃຫ້ມີຄວາມຍືນຍົງ ຊຸກຍູ້ສົ່ງເສີມປູກໄມ້ເປັນສິນຄ້າ ຟື້ນຟູປ່າ ແລະ ປົກປັກຮັກສາສິ່ງແວດລ້ອມ ປູກໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ເພື່ອໃຫ້ບັນລຸທິດສີຂຽວ ແລະ ຍືນຍົງ ສູ້ຊົນປູກໄມ້ໃຫ້ໄດ້ 300 ເຮັກຕາຕໍ່ປີ ສູ້ຊົນປູກໄມ້ຕາມ 6 ຕົວຊີ້ວັດຂອງການສ້າງ ນວ ສີຂຽວ ເພື່ອບັນລຸຄາດໝາຍດັ່ງກ່າວນັ້ນ ນວ ໄດ້ມີຫຼາຍມາດຕະການຈັດຕັ້ງປະຕິບັດ ດັ່ງນັ້ນ ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ແຜນຍຸດທະສາດດັ່ງກ່າວໃຫ້ມີຄວາມສົມບູນແບບ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນກ້າວໆ.


# ຂ່າວ-ພາບ : ສົມສະຫວັນ