ພິທີໄຂສວນກະສິກໍາ ຣາຊ ຮ່ວມພັດທະນາ ຈັດຂຶ້ນວັນທີ 25 ມິຖຸນາ 2021 ທີ່ໂຮງຮຽນສຶກສາພິເສດ ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ນາງ ວະຣາທິບ ສຸພະຊະວະໂຣດ ທີ່ປຶກສາເອກອັກຄະລາຊະທູດໄທ ປະຈຳລາວ ທ່ານ ບີຢາ ຢາທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ຊົນລະວິດ ວິນິດໄຊ ຜູ້ອຳນວຍການບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທ່ານຜູ້ອຳນວຍການໂຮງຮຽນ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ຄໍາໄພ ສ້ອຍສຸວັນ ຜູ້ອຳນວຍການໂຮງຮຽນສຶກສາພິເສດ ນວ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຮງຮຽນໂດຍຫຍໍ້ ປັດຈຸບັນ ໂຮງຮຽນແຫ່ງນີ້ມີພະນັກງານຄູ-ອາຈານທັງໝົດ 28 ຄົນ ຍິງ 12 ຄົນ ໃນນັ້ນ ມີຄູອາສາ 6 ຄົນ ຍິງ 3 ຄົນ ຄູພິການຕາ 5 ຄົນ ຍິງ 1 ຄົນ ມີນັກຮຽນທັງໝົດ 111 ຄົນ ຍິງ 72 ຄົນ ໃນນັ້ນ ພິການຫູ 105 ຄົນ ຍິງ 75 ຄົນ ພິການຕາ 6 ຄົນ ຍິງ 2 ຄົນ ແຕ່ຍັງຂາດເຂີນຫຼາຍຢ່າງ ເຖິງແມ່ນວ່າທາງພາກລັດ ແລະ ການຈັດຕັ້ງທາງສັງຄົມຫຼາຍໜ່ວຍງານຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແຕ່ເນື່ອງຈາກຍັງຂາດເຂີນວັດຖຸອຸປະກອນຫຼາຍຢ່າງ ລວມທັງຄ່າໃຊ້ຈ່າຍງົບປະມານສຳລັບນັກຮຽນກິນນອນ ຈຶ່ງເຮັດໃຫ້ພົບຄວາມຫຍຸ້ງຍາກຫຼາຍ ການຊ່ວຍສະໜັບສະໜູນຂອງບໍລິສັດຣາຊ ລາວ ຈະເປັນການຊຸກຍູ້ສຳຄັນເຂົ້າໃນການພັດທະນາທັກສະ ການຮຽນຮູ້ ພັດທະນາຊີວິດການເປັນຢູ່ຂອງພະນັກງານຄູ-ອາຈານໃຫ້ດີຂຶ້ນ.
ທ່ານ ຊົນລະວິດ ວິນິດໄຊ ຜູ້ອຳນວຍການບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ກ່າວວ່າ ເພື່ອເປັນການສະຫຼອງຄົບຮອບ 12 ປີຂອງການສ້າງຕັ້ງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ສປປ ລາວ ໂດຍປະຕິບັດຕາມນະໂຍບາຍ ແລະ ເຈດຕະນາລົມຂອງບໍລິສັດ ໃນການພັດທະນາທຸລະກິດ ຄຽງຄູ່ກັບການພັດທະນາຄົນຢູ່ຮອບຂ້າງມີຄວາມໝັ້ນຄົງໄປພ້ອມໆກັນ ໂດຍສະ ເພາະ ພັດທະນາຄວາມຮູ້ຄວາມສາມາດ ເປັນຕົ້ນແມ່ນໂຄງການກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ທີ່ໄດ້ສ້າງຄຸນນະພາບຂອງຊາວໜຸ່ມ ກໍຄືປະຊາຊົນລາວໄດ້ຫຼາຍຂຶ້ນ ເພື່ອສືບຕໍ່ເຈຕະນາລົມດັ່ງກ່າວ ທາງບໍລິສັດ ຮ່ວມກັບກົມພັດທະນາວິຊາຊີບຊາວໜຸ່ມ ແລະ ສະຖານທູດໄທປະຈຳລາວ ຮ່ວມກັບຈັດກິດຈະກຳຂຶ້ນ ໂດຍການສ້າງສວນກະສິກຳ ຣາຊ ຮ່ວມພັດທະນາ ໂດຍການສ້າງສວນຜັກຍົກລະດັບຈາກພື້ນດິນ ພ້ອມລະບົບສະປິງເກີ້ ຄອກໄກ່ ພ້ອມພໍ່ແມ່ພັນ ເຕົາເຜົາຂີ້ເຫຍື້ອ ຖັງບົ່ມເສດອາຫານ ເພື່ອເຮັດປຸ໋ຍ ຊຸດລ້ຽງ ໜອນແມງວັນລາຍເພື່ອເປັນອາຫານສັດ ບ່ອນຕາກຜ້າຂະໜາດໃຫຍ່ ທໍ່ບຳບັດນ້ຳເປື້ອນ ແລະ ເຮັດປຸ໋ຍນ້ຳໝັກຈຸລິນຊີສັງເຄາະແສງໄວ້ຫົດຜັກ ແລະ ດັບກິ່ນເໝັນຕ່າງໆ ລວມມູນຄ່າ 23 ລ້ານກວ່າກີບ.
ໂອກາດດຽວກັນ ທາງສະຖານທູດໄທປະຈຳລາວ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກມາມອບ ມູນຄ່າເກືອບ 6 ລ້ານກີບ ມາມອບໃຫ້ແກ່ໂຮງຮຽນນຳອີກ.
# ຂ່າວ – ພາບ : ບຸນມີ ສີວິໄລ