ຕາມການຖະແຫຼງຂ່າວຂອງທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 26 ມິຖຸນາ 2021 ໃຫ້ຮູ້ວ່າ ໃນວັນທີ 25 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.552 ຕົວຢ່າງ ກວດພົບຜູ້ຕິດເຊື້ອ 6 ກໍລະນີ ໃນນີ້ຢູ່ ຈຳປາສັກ 3 ກໍລະນີ ແລະ ສະຫວັນນະເຂດ 3 ກໍລະນີ ສ່ວນຢູ່ນະຄອນຫຼວງວຽງຈັນແມ່ນບໍ່ພົບຜູ້ຕິດເຊື້ອ ( ນວ 0 ກໍລະນີ) ຈຳນວນຜູ້ຕິດເຊື້ອ 6 ຄົນລ້ວນແຕ່ພົບຈາກແຮງງານລາວກັບຄືນປະເທດທີ່ຖືກຕ້ອງຕາມລະບຽບກົດໝາຍ).

ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 2.100 ກໍລະນີ (ໃໝ່ 6) ເສຍຊີວິດສະສົມ 3 ກໍລະນີ ປິ່ນປົວຫາຍດີສະສົມ 1.972 ກໍລະນີ ໃນວັນທີ 25 ມິຖຸນາ ມີຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເດີນທາງເຂົ້າມາ ສປປ ລາວ 2.555 ຄົນ ເຊິ່ງທຸກຄົນໄດ້ເກັບຕົວຢ່າງໄປກວດຫາເຊື້ອ ແລະ ຈຳກັດບໍລິເວນຈົນຄົບ 14 ວັນ.

ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຍັງແຈ້ງໃຫ້ຮູ້ອີກວ່າ ປັດຈຸບັນ ນະຄອນຫຼວງວຽງຈັນ (ນວ) ຍັງມີບ້ານເຂດແດງ 10 ບ້ານ ໃນ 5 ເມືອງຄື ເມືອງຈັນທະບູລີ 2 ບ້ານ ສີສັດຕະນາກ 1 ບ້ານ ໄຊເສດຖາ 1 ບ້ານ ໄຊທານີ 2 ບ້ານ ແລະ ເມືອງສີໂຄດຕະບອງອີກ 4 ບ້ານ ນອກຈາກນີ້ ຍັງມີບ້ານທີ່ສິ້ນສຸດການເປັນບ້ານເຂດແດງ 4 ບ້ານ ຄື ບ້ານ ທົ່ງຕູມ ເມືອງຈັນທະບູລີ ບ້ານພະໂພ ເມືອງສີສັດຕະນາກ ບ້ານຕານມີໄຊ ເມືອງໄຊທານີ ແລະ ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ.
# ຂ່າວ-ພາບ : ອົ່ນ ໄຟສົມທອງ