ໄຊທານີ ເຂັ້ມງວດຕໍ່ຜູ້ລະເມີດມາດຕະການປ້ອງກັນໂຄວິດ-19

    ວັນທີ 24 ມີຖຸນາ 2021 ຄະນະໂຄສະນາປະຊາສຳພັນ ແລະ ການຍ້ອງຍໍປະຈຳເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ປືກສາຫາລື ວາງແຜນທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ລົງໂຄສະນາປະຊາສຳພັນເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຮອບທີ 5 ເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ທັງເປັນຫົວໜ້າຄະນະຊີ້ນຳໂຄສະນາປະຊາສຳພັນ ແລະ ການຍ້ອງຍໍປະຈຳເມືອງໄຊທານີ ມີທີມສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນ ນວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ຄະນະໂຄສະນາປະຊາສຳພັນປະຈຳພັກເມືອງໄຊທານີ ປະກອບມີຄະນະຊີ້ນຳລວມຂັ້ນ ນວ ແລະ ເມືອງ ພະນັກງານແຕ່ລະຂະແໜງການ ນວ ລົງຊ່ວຍເຫຼືອ ໂດຍໄດ້ແບ່ງເປັນຈຸລົງ 4 ກຸ່ມບ້ານຄື ກຸ່ມດົງໂດກ ກຸ່ມສີວິໄລ ກຸ່ມບ້ານໄຊ ແລະ ກຸ່ມໂຄກສີວິໄລ ຜ່ານການຈັດຕັ້ງປະຕິບັດຜ່ານມາ ແມ່ນໄດ້ເຮັດໜ້າທີ່ລົງເຜີຍແຜ່ເອກະສານແຈ້ງການເລກທີ 595/ຫສນຍ ຄໍາສັ່ງແນະນໍາເລກທີ 387/ຖວທ ແລະ ແຈ້ງການເລກທີ 012/ສພກນວ ແລະ ໄດ້ລົງເຮັດບົດບັນທຶກກ່າວເຕືອນກັບຫົວໜ່ວຍທຸລະກິດທີ່ມີຄວາມສ່ຽງທັງໝົດ 562 ສະບັບ ໃນນີ້ ເຮືອນຫ້ອງແຖວ 70 ສະບັບ ຮ້ານສ້ອມແປງລົດ 12 ສະບັບ ໂຮງແຮມ-ເຮືອນພັກ 4 ສະບັບ ຮ້ານອາຫານ-ຮ້ານກິນດື່ມ 7 ສະບັບ ຮ້ານກາເຟ ຮ້ານເຝີ ເຂົ້າປຽກ ຕຳໝາກຫຸ່ງ 20 ສະບັບ ຮ້ານຂາຍເຄື່ອງຍ່ອຍ 9 ສະບັບ ຮ້ານອິນເຕີເນັດ 6 ສະບັບ ຮັບສ້ອມແປງລົດ 6 ສະບັບ ຮ້ານຕັດຜົມ 8 ສະບັບ ຮ້ານເສີມຄວາມງາມ 15 ສະບັບ ເຮືອນຫ້ອງແຖວ 52 ສະບັບ ຕະຫຼາດ 16 ແຫ່ງ ສັງວຽນຕີໄກ່ 1 ສະບັບ ຮ້ານສະນຸກເກີ້ 2 ສະບັບ ໂຮງງານຕັດຫຍິບ 2 ແຫ່ງ ແລະ ຊຸມແຊວໃນຄອບຄົວ 4 ສະບັບ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!