ສະມາຄົມນັກຂ່າວ ແລະ Cri ຫາລືສ້າງກິດຈະກຳວັນສື່

         ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະ ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາ ສປປ ລາວ (Cri) ໄດ້ຈັດພົບປະປຶກສາຫາລືວຽກງານກ່ຽວການສ້າງກິດຈະກໍາໃນວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 71 ປີ (13/8/1950-13/8/2021) ຂຶ້ນວັນທີ 24 ມິຖຸນາ 2021 ທີ່ສໍານັກຂ່າວ Cri ນະຄອນຫຼວງວຽງຈັນ ມີທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ປະທານ ສຂລ ທ່ານນາງ ແສງແກ້ວ (Mo Xiaoling) ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ບັນດາຫົວໜ້າ ຮອງກົມຈາກກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຮອງປະທານ ເລຂາທິການ ຄະນະບໍລິຫານງານ ສຂລ ແລະ ພະນັກງານ Cri ເຂົ້າຮ່ວມ.

   ການພົບປະຄັ້ງນີ້ ໄດ້ປຶກສາຫາລືວຽກງານຕ່າງໆທີ່ຕິດພັນກັບກິດຈະກໍາ ເພື່ອສ້າງຂະບວນການອຸທິດແດ່ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 71 ປີ ໃຫ້ມີບັນຍາກາດຟົດຟື້ນ ພ້ອມນັ້ນ ຍັງເປັນວັນສ້າງຕັ້ງ Cri ພາສາລາວ ຄົບຮອບ 65 ປີ ແລະ ວັນເປີດສໍານັກງານ Cri ຢູ່ລາວ ຄົບຮອບ 10 ປີ ເພື່ອເຮັດໃຫ້ວັນດັ່ງກ່າວເຕັມໄປດ້ວຍຄວາມໝາຍສໍາຄັນໃນດ້ານວິຊາການ ​ເຊິ່ງ 2 ຝ່າຍຈຶ່ງໄດ້ພົບປະສົນທະນາກ່ຽວກັບການພັດທະນາສື່ມວນຊົນແບບໃໝ່ໃນໄລຍະໃໝ່ ໂດຍຈະຮ່ວມກັນຈັດຕັ້ງເວທີປຶກສາຫາລືໃນຫົວຂໍ້ຕ່າງໆ ໂດຍຈະເນັ້ນການຫັນເປັນທັນສະໄໝໃນການຜະລິດຂ່າວ ການນໍາໃຊ້ສື່ສິ່ງພິມ ສື່ເອເລັກໂຕຣນິກທີ່ທັນສະໄໝ ລວມທັງການນໍາໃຊ້ສື່ອອນລາຍໃຫ້ເປັນປະໂຫຍດແກ່ສັງຄົມ ທັງນີ້ເພື່ອຈໍາກັດ ຄວບຄຸມ ແລະ ຫຼີກລ່ຽງການສ້າງຂ່າວລື-ຂ່າວປອມທີ່ບິດເບືອນ ອັນເຮັດໃຫ້ສັງຄົມມີຄວາມບໍ່ສະຫງົບ ຈາກນັ້ນ 2 ພາກສ່ວນຍັງໄດ້ລາຍງານຜົນການພົບປະກັນຄັ້ງນີ້ໃຫ້ການນໍາຂອງຝ່າຍຕົນພິຈາລະນາໃນຂັ້ນຕໍ່ໄປ ແລະ ຄາດວ່າ ການສໍາມະນາຈະຈັດຂຶ້ນເດືອນສິງຫາ 2021.

    ໂອກາດນີ້ ທ່ານ ສະຫວັນຄອນ ຣາຊມຸນຕີ ໄດ້ແນະນໍາ ແລະ ມອບໝາຍໃຫ້ທີ່ປະຊຸມນໍາເອົາຈິດໃຈເນື້ອໃນຜົນກອງປະຊຸມໄປຈັດຕັ້ງປະຕິບັດ ໂດຍສ້າງຮ່າງດໍາເນີນວຽກງານ ແລ້ວຜ່ານຄະນະນໍາ ສຂລ ແລະ Cri ເພື່ອຂໍທິດຊີ້ນໍາຈາກຄະນະນໍາກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຈາກນັ້ນ 2 ພາກສ່ວນຈະນໍາໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ໂດຍສະເພາະ ໃຫ້ສັງຄົມເຫັນໄດ້ມູນເຊື້ອອັນສະຫງ່າງາມຂອງສື່ມວນຊົນ ແລະ ພິມຈໍາໜ່າຍຂອງລາວ ໃນຕະຫຼອດໄລຍະ 71 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ພາຍໃຕ້ການນໍາຂອງພັກ ​ເຊິ່ງໄດ້ປະຈັນບານໃນທຸກສະໜາມຮົບ ກາຍເປັນນັກຮົບແນວຄິດ ແລະ ວັດທະນາທໍາ ພ້ອມນັ້ນ ຍັງໄດ້ຮ່ວມມືກັບສະມາຄົມນັກຂ່າວບັນດາປະເທດເພື່ອນມິດອ້າຍນ້ອງ ລວມທັງການຮ່ວມມືກັບ Cri ໃນການພັດທະນາສື່ມວນຊົນລາວໃຫ້ກ້າວທັນຍຸກສະໄໝ ບົນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນຍຸກປ່ຽນແປງໃໝ່ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!