ພຣູເດັນໂຊລ ແລະ ມູນນິທິຮ່ວມໃຈພັດທະນາ ມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ

    ວັນທີ 25 ມິຖຸນາ 2021 ຢູ່ອົງການກາແດງລາວ ບໍລິສັດ ພຣູເດັນໂຊລ ປະກັນໄພຊີວິດ (ລາວ) ຈຳກັດ ໄດ້ນຳເຂົ້າສານຈຳນວນ 1,5 ໂຕນ ປ໋ອງປາ 480 ປ໋ອງ ນໍ້າດື່ມ 120 ແກັດ ແລະ ຢາກັນຍຸງ 300 ກ່ອງ ລວມມູນຄ່າ 30 ລ້ານກີບ ມາມອບໃຫ້ອົງການກາແດງລາວ ເພື່ອປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຈາກພະຍຸໂຄກະມະ ຢູ່ແຂວງໄຊຍະບູລີ ໃນໄລຍະທີ່ຜ່ານມາ ເປັນກຽດກ່າວມອບເຄື່ອງຈຳນວນດັ່ງກ່າວນີ້ ໂດຍທ່ານ ວິເຈ ມັດດາວັນ ຜູ້ອຳນວຍການໃຫຍ່ບໍລິສັດ ພຣູເດັນໂຊລ ປະກັນໄພຊີວິດ(ລາວ) ຈຳກັດ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ.

    ໂອກາດນີ້ ທ່ານປະທານອົງການກາແດງລາວ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຄວາມຂອບໃຈຕໍ່ທ່ານ ວິເຈ ມັດດາວັນ ຜູ້ອຳນວຍການໃຫຍ່ບໍລິສັດ ພຣູເດັນໂຊລ ທີ່ນຳເຄື່ອງຊ່ວຍເຫຼືອມາມອບໃຫ້ແກ່ປະຊາຊົນທີ່ຖືກປະສົບໄພນໍ້າຖ້ວມຄັ້ງນີ້ ເຊິ່ງເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນກາງເດືອນທີ່ຜ່ານມາ ພ້ອມທັງສັນຍາວ່າຈະນຳເຄື່ອງຊ່ວຍເຫຼືອທັງໝົດນີ້ ໄປມອບໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຢ່າງທົ່ວເຖິງ.

    ໃນວັນດຽວກັນນີ້ ມູນນິທິຮ່ວມໃຈພັດທະນາລາວ ກໍໄດ້ນຳເຂົ້າສານຈຳນວນ 1 ໂຕນ ແລະ ນ້ຳດື່ມ 237 ແກັດ ມູນຄ່າ 10 ລ້ານກີບ ມາມອບໃຫ້ອົງການກາແດງລາວເຊັ່ນດຽວກັນ ເປັນກຽດກ່າວມອບໂດຍທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາລາວ ແລະ ກ່າວຮັບຂອງທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ.

   # ຂ່າວ & ພາບ: ຊິລິການດາ

error: Content is protected !!