ກຸ່ມຜະລິດກະສິກໍາອິນຊີ ມີຜົນຜະລິດເຂົ້າຈໍາໜ່າຍຕະຫຼາດ 790 ໂຕນ

    ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາກະສິກໍາສະອາດ (CADP) ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດເຝິກອົບຮົມການວາງແຜນການຜະລິດ ແລະ ຄິດໄລ່ຕົ້ນທຶນການຜະລິດພືດຜັກອິນຊີ ໃຫ້ກຸ່ມກະສິກໍາອິນຊີ ນວ ວັນທີ 24 ມິຖຸນາ 2021 ທີ່ພະແນກດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ຮິໂຮຢູກິ ຊາກູມະ ຫົວໜ້າຄະນະຊຽວຊານໂຄງການພັດທະນາກະສິກໍາສະອາດ ມີຄູ່ຮ່ວມງານຈັດຕັ້ງປະຕິບັດໂຄງການຈາກສູນມາດຕະຖານກະສິກໍາສະອາດ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນວ ໜ່ວຍງານປູກຝັງເມືອງ ກຸ່ມກະສິກໍາອິນຊີ ນວ ແລະ ກຸ່ມກະສິກໍາອິນຊີແຕ່ລະບ້ານອ້ອມຂ້າງ ນວ ເຂົ້າຮ່ວມ.

    ທ່ານ ວາດສະໜາ ສີຈະເລີນພັນ ກ່າວວ່າ: ວຽກງານກະສິກໍາອິນຊີ ກໍຄືວຽກງານກະສິກໍາສະອາດ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນ ເປັນວຽກງານທີ່ພັກ-ລັດຖະບານ ໂດຍສະເພາະ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີແຜນນະໂຍບາຍໃຫ້ຊຸກຍູ້ຂະຫຍາຍກໍາລັງການຜະລິດໃຫ້ກວ້າງຂວາງໃນຂອບເຂດທົ່ວປະເທດ ເວົ້າສະເພາະໃນນະຄອນຫຼວງວຽງຈັນ ປັດຈຸບັນ ເຫັນວ່າກຸ່ມຜະລິດກະສິກໍາອິນຊີ ນວ ມີຈໍານວນທັງໝົດ 11 ກຸ່ມ ມີສະມາຊິກ 300 ຄອບຄົວ ມີເນື້ອທີ່ການຜະລິດ 291 ເຮັກຕາ ຜົນຜະລິດ 2.624 ໂຕນ ກວມເອົາ 6 ເມືອງໃນ ນວ ເຊິ່ງປີ 2021 ມີຜົນຜະລິດເຂົ້າມາຈໍາໜ່າຍທັງໝົດ 790 ໂຕນ ມູນຄ່າ 12,6 ຕື້ກີບ ແຕ່ລະຄອບຄົວມີລາຍຮັບສະເລ່ຍ 3.500.000 ຫາ 5.000.000 ກີບຕໍ່ເດືອນ.

    ຕໍ່ສະພາບການດັ່ງກ່າວ ເມື່ອທຽບໃສ່ໄລຍະຜ່ານມາ ເຫັນວ່າກຸ່ມກະສິກໍາອິນຊີມີການພັດທະນາ ແລະ ຂະຫຍາຍຂຶ້ນ ເຊິ່ງສ້າງເຮືອນຮົ່ມປູກຜັກລະດູຝົນໃນປີ 2020 ມີທັງໝົດ 801 ຫຼັງ ພ້ອມນັ້ນ ລັດຖະບານໄດ້ເປີດໃຫ້ເຂົ້າຫາແຫຼ່ງທຶນໄດ້ຫຼາຍຊ່ອງທາງ ເຊັ່ນ: ທະນາຄານຈຸລະພາກ SME ທະນາຄານສົ່ງເສີມກະສິກໍາ ທະນາຄານນະໂຍບາຍ ພົ້ນເດັ່ນໃນປີ 2021 ຄະນະສະເພາະກິດສົ່ງເສີມການລົງທຶນ ແລະ ການຜະລິດເປັນສິນຄ້າ ໄດ້ໃຫ້ທຶນສໍາລັບກຸ່ມຈໍານວນ 2,1 ຕື້ກີບ ເພື່ອຊຸກຍູ້ການຜະລິດພືດຜັກອິນຊີເປັນສິນຄ້າ ຕອບສະໜອງການບໍລິໂພກພາຍໃນ ນອກນັ້ນ ທາງໂຄງການພັດທະນາກະສິກໍາສະອາດຍັງໄດ້ສະໜອງເຮືອນຮົ່ມຕົວແບບ 5 ຫຼັງ.

​                              # ຂ່າວ & ພາບ:  ຂັນທະວີ

error: Content is protected !!