ວັນທີ 21 ເມສາ 2020 ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ທັງເປັນຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊີ້ນຳວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ເມືອງລ້ອງຊານ ໂດຍມີທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າເມືອງລ້ອງຊານ ແລະ ຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການລົງຕິດຕາມການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການປະກາດພະວະສຸກເສີນ ໃຫ້ລົງເລິກສູ່ບັນດາຂະແໜງການ ແລະ ຮາກຖານບ້ານ ໃຫ້ເກີດຜົນປະໂຫຍດສຸງທີ່ສຸດ ໂດຍສະເພາະແມ່ນການຕອບໂຕ້ ສະກັດກັ້ນ ແລະ ຮັບມືຕໍ່ກັບການລະບາດຂອງໂຄວິດ-19 ຢູ່ໃນແຂວງໄຊສົມບູນ.
ໂອກາດນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຈາກທ່ານ ກອງຜັນ ອຸໄລພອນ ຫົວໜ້າສະເພາະກິດ ເມືອງລ້ອງຊານ ພາຍຫຼັງໄດ້ຮັບນິຕິກຳຈາກຂັ້ນເທິງ ໂດຍເລີ່ມຈາກການຄົ້ນຄວ້າວາງແຜນ ແລະ ແບ່ງຄວາມຮັບຜິດຊອບໃຫ້ກັບແຕ່ລະຂົງເຂດວຽກງານ ການກວດກາຄົນເຂົ້າ-ຄົນອອກຕາມຈຸດກວດຕ່າງໆ ການລົງເຄື່ອນໄຫວໂຄສະນາຜົນຮ້າຍ ແລະ ວິທີປ້ອງກັນຢູ່ຂັ້ນຮາກຖານບ້ານ ເຊິ່ງໄດ້ສຸມໃສ່ການເຝົ້າລະວັງກວດກາຄົນເຂົ້າ-ອອກຢ່າງເປັນປົກກະຕິ ແລະ ເຂັ້ມງວດ ໃນນັ້ນ ໄດ້ຕິດຕາມບຸກຄົນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ເພື່ອເຂົ້າສູນກັກກັນຂອງບ້ານ ເມືອງ ຫຼື ຈຳກັດຢູ່ເຮືອນ ຢູ່ທີ່ພັກອາໄສ ແລະ ສວນ ລວມທັງໝົດ 115 ຄົນ ໃນນັ້ນ ມີຜູ້ເຂົ້າກັກກັນຈຳນວນ 73 ຄົນ ຈຳກັດຢູ່ເຮືອນ ແລະ ຢູ່ສວນຈຳນວນ 42 ຄົນ ໃນກຸ່ມຄົນດັ່ງກ່າວ ໄດ້ມາຈາກບ່ອນທີ່ມີຄວາມສ່ຽງ ດັ່ງນີ້: ແຮງງານງານທີ່ມາຈາກຕ່າງປະເທດ 5 ຄົນ ຍິງ 4 ຄົນ ແຮງງານບໍລິສັດ ພູເບ້ຍ ມາຍນິງ 38 ຄົນ ຍິງ 5 ຄົນ ມາຈາກນະຄອນຫຼວງວຽງຈັນ 6 ຄົນ ຍິງ 3 ຄົນ ແລະ ມາຈາກບ່ອນອື່ນໆອີກຈຳນວນ 66 ຄົນ ຍິງ 13 ຄົນ ຈາກນັ້ນ ຄະນະສະເພາະກິດຂັ້ນເມືອງ ແລະ ແຂວງ ກໍໄດ້ປະກອບຄຳຄິດເຫັນ ແລກປ່ຽນບົດຮຽນໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທັງນີ້ ກໍເພື່ອປັບປຸງແກ້ໄຂບາງບັນຫາທີ່ຍັງຄ້າງຄາດ້ວຍຄວາມເປັນເອກະພາບກັນ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໄຍຂອງຄະນະນຳທີ່ມີຕໍ່ຊັບສິນ ຊິວີດຂອງປະຊາຊົນ ແລະ ຖືໄດ້ວ່າເປັນຜົນສຳເລັດໃນຂັ້ນພື້ນຖານ ຕໍ່ການຈັດຕັ້ງປະຕິບັດ ຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວຢູ່ຂັ້ນເມືອງ ກໍຄືແຂວງໄຊສົມບູນ.

ໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ຄະນະສະເພາະກິດຂັ້ນເມືອງ ເພື່ອເປັນການຊຸກຍູ້ດ້ານກຳລັງໃຈໃຫ້ພາກສ່ວນຕ່າງໆ ທີ່ພວມປະຕິບັດໜ້າທີ່ປ້ອງກັນໂຄວິດ-19 ແລະ ທ່ານໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂອງເມືອງ ຈົ່ງນຳເອົາເຄື່ອງຈຳນວນດັ່ງກ່າວນີ້ໄປແຈກຢາຍໃຫ້ພະນັກງານ ເຈົ້າໜ້າທີ່ກວດຄົນເຂົ້າ-ອອກຕາມຈຸດກວດຕ່າງໆຂອງເມືອງໃຫ້ທົ່ວເຖິງ.