ຕອນບ່າຍວັນທີ 21 ເມສາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ຫງວຽນແມ້ງຮຸ່ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ສະມາຄົມມິດຕະພາບລາວ-ຫວຽດນາມ ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ ຊຸດເຄື່ອງນຸ່ງແພດໝໍ 500 ຊຸດ ແລະ ຜ້າອັດປາກ 18.500 ອັນ ໃນນັ້ນມີຜ້າອັດປາກການແພດ 17.500 ອັນ ແລະ ຜ້າອັດປາກທຳມະດາ 1000 ອັນ ມູນຄ່າ 130 ລ້ານດົງ (ຮ້ອຍສາມສີບລ້ານດົງ) ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງຄະນະນຳສະຖານເອກອັກຄະລັດຖະທູດ ແລະ ພະນັກງານທັງສອງຝ່າຍ.

ເຖິງວ່າ ສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການ ໂດຍສະເພາະກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໜັກພໍສົມຄວນ ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກໍຄືນ້ຳໃຈສາກົນກຳມະຊີບອັນສູງສົ່ງຂອງຕົນ ສະມາຊິກພັກ ແລະ ພະນັກງານທົ່ວສະມາຄົມມິດຕະພາບຫວຽດນາມ-ລາວ ຍັງໄດ້ບິແບ່ງນ້ຳໃຈມາຊ່ວຍເພື່ອນລາວໃນການຕ້ານພະຍາດໂຄວິດ-19.
ໃນການກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ຫງວຽນແມ້ງຮຸ່ງ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ລາວ ແລະ ຍັງໄດ້ຢືນຢັນວ່າ ຈະນຳເຄື່ອງຊ່ວຍເຫຼືອນີ້ໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ລາວຢ່າງມີປະສິດທິຜົນສູງ.
ໃນໂອກາດນີ້ ສະຫາຍ ຫງວຽນແມ້ງຮຸ່ງ ອວຍພອນຜູ້ນຳພັກ-ລັດ ແລະ ປະຊາຊົນລາວ ຈົ່ງຜ່ານພົ້ນວິກິດໂຄວິດ-19 ຢ່າງໂດຍໄວ ແລະ ພ້ອມກັນສ້າງສາ ແລະ ພັດທະນາປະເທດໃຫ້ນັບມື້ຂະຫຍາຍຕົວ ເນື່ອງໃນໂອກາດປີໃໝ່ລາວ ພສ 2563 ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມຜາສຸກ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19 ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.