ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວມື້ນີ້ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ສຳລັບ ສປປ ລາວ ມາຮອດວັນທີ 24 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.159 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 14 ຄົນ ຈາກນະຄອນຫຼວງ 3 ຄົນ ສະຫວັນນະເຂດ 3 ຄົນ ແລະ ຈຳປາສັກ 8 ຄົນ ເຊິ່ງທັງໝົດແມ່ນເປັນກໍລະນີນຳເຂົ້າ ສ່ວນແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ສ່ວນນະຄອນຫຼວງວຽງຈັນ 3 ຄົນ ແມ່ນເປັນກໍລະນີນຳເຂົ້າຈາກຕ່າງປະເທດ ສໍາລັບລາຍລະອຽດກ່ຽວກັບ 3 ຄົນທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ຄື:

- ຄົນທີທໍາອິດ ເພດຍິງ ອາຍຸ 35 ປີ ສັນຊາດໂຄລຳບີ ອາຊີບ ພະນັກງານບໍລິສັດ ຜູ້ກ່ຽວມີອາການໄອ ເຈັບຫົວ ເມື່ອຍ ແລະ ປວດຕາມຕົນໂຕ ເດີນທາງມາຈາກປະເທດການາດາ ຜ່ານສະໜາມບິນກົວລາລຳເປີ ປະເທດມາເລເຊຍ ມາສະໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນໍ້າເບີ 21B) ໃນວັນທີ 24 ມິຖຸນາ 2021 ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ.
- ຄົນທີສອງ ເພດຊາຍ ອາຍຸ 28 ປີ ສັນຊາດລາວ ຮຽນຈົບຈາກ ສ ຣັດເຊຍ ຜູ້ກ່ຽວບໍ່ມີອາການຫຍັງ ເດີນທາງມາຈາກ ສ ຣັດເຊຍ ຜ່ານສະໜາມບິນກົວລາລຳເປີ ປະເທດມາເລເຊຍ ມາສະໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນໍ້າເບີ 9A) ໃນວັນທີ 24 ມິຖຸນາ 2021 ຖືກເກັບຕົວຢ່າງຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ.
- ຄົນທີ 3 ເພດຊາຍ ອາຍຸ 28 ປີ ສັນຊາດລາວ ຮຽນຈົບຈາກ ສ ຣັດເຊຍ ຜູ້ກ່ຽວບໍ່ມີອາການຫຍັງ ເດີນທາງມາຈາກ ສ ຣັດເຊຍ ຜ່ານສະໜາມບິນກົວລາລຳເປີ ປະເທດມາເລເຊຍ ມາສະໜາມບິນສາກົນວັດໄຕ ສປປ ລາວ ດ້ວຍຖ້ຽວບິນ AK7552 KUL-VTE (ນັ່ງຕັ່ງນໍ້າເບີ 43J) ໃນວັນທີ 24 ມິຖຸນາ 2021 ຖືກເກັບຕົວຢ່າງ ຢູ່ສະໜາມບິນສາກົນວັດໄຕ ແລະ ຜົນກວດພົບເຊື້ອ ປັດຈຸບັນມີຜູ້ປີ່ນປົວຫາຍດີທັງໝົດ 1.968 ຄົນ ແລະ ຍັງສືບຕໍ່ປິ່ນປົວ 123 ຄົນ.

ປັດຈຸບັນ ຈຳນວນບ້ານແດງໃນນະຄອນຫຼວງວຽງຈັນ ແມ່ນມີທັງໝົດ 13 ບ້ານ ໃນ 4 ເມືອງ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ມີ 1 ບ້ານ ຄື: ບ້ານນາສ້າງໄພ ເມືອງໄຊເສດຖາ.
# ຂ່າວ & ພາບ: ສີພອນ