ກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະຕຣາລີ ກຳລັງເຜີຍແຜ່ກ່ຽວກັບວິທີການສອນສຽງເພື່ອຮຽນພາສາອັງກິດເປັນວິດີໂອສຳລັບການພັດທະນາຄູ ເພື່ອແນະນຳວິທີການສອນສຽງພາສາອັງກິດ ເຊິ່ງຜະລິດໂດຍກະຊວງສຶກສາທິການ ແລະ ກີລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

ໃນຫຼັກສູດຊັ້ນປະຖົມສຶກສາ ວິຊາພາສາອັງກິດ ສະບັບປັບປຸງໃໝ່ ແມ່ນໄດ້ຖືກພັດທະນາໂດຍກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເຊິ່ງການສອນສຽງ ແມ່ນໄດ້ສອນແຕ່ຂັ້ນ ປ3 ຫາ ຂັ້ນ ປ5 ເພື່ອຊ່ວຍໃຫ້ນັກຮຽນໄດ້ພັດທະນາທັກສະການອ່ານ ແລະ ການຂຽນຂອງພວກເຂົາ.

ການສອນສຽງ ຈະຊ່ວຍໃຫ້ນັກຮຽນເຂົ້າໃຈກ່ຽວກັບວິທີການອອກສຽງຕົວອັກສອນ ແລະ ການສະກົດຄຳຕ່າງໆໃນພາສາອັງກິດ ຂັ້ນຕອນການຮຽນ ການອ່ານຂັ້ນເລີ່ມຕົ້ນນີ້ ການສອນສຽງສາມາດຊ່ວຍໃຫ້ນັກຮຽນໄດ້ມີການພັດທະນາໄວຂຶ້ນ ນອກຈາກນີ້ ວິທີການສອນສຽງ ຍັງໄດ້ແນະນຳການສອນສຽງວິຊາພາສາລາວໃນສື່ອຸປະກອນຂອງຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ນີ້ອີກດ້ວຍ.

ເຖິງຈະມີສິ່ງທ້າທາຍໃນໄລຍະການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ອີງໃສ່ແນວຄວາມຄິດສ້າງສັນຂອງຊັບພະຍາກອນຂອງທີມງານຈາກສູນພັດທະນາສື່ການຮຽນການສອນທາງເອເລັກໂຕຣນິກ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສວສ ກະຊວງ ສສກ ສືບຕໍ່ການເຮັດວຽກຢູ່ເຮືອນ ເພື່ອຜະລິດວິດີໂອສຳລັບການພັດທະນາຄູຊຸດໃໝ່ຈົນສຳເລັດພາຍໃນ 1 ອາທິດ.

ວິດີໂອສຳລັບການຝຶກອົບຮົມຄູຊຸດໃໝ່ນີ້ ໄດ້ສາທິດການສະແດງເຕັກນິກຕ່າງໆທີ່ສຳຄັນກ່ຽວກັບການສອນສຽງ ລວມທັງວິທີການສອນສຽງໃໝ່ ວິທີການສອນການສະກົດຄຳຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈກ່ຽວກັບຕົວອັກສອນ ແລະ ສຽງຕ່າງໆແລ້ວ ພວກເຂົາຈະສາມາດນໍາໃຊ້ຄວາມຮູ້ ແລະ ທັກສະນີ້ ເພື່ອປະສົມສຽງ ແລະ ອ່ານເປັນຄຳສັບງ່າຍໆທີ່ເອີ້ນວ່າ ການປະສົມສຽງ.

ທ່ານສາມາດເຂົ້າເບີ່ງວິດີໂອຊຸດໃໝ່ນີ້ ແລະ ວິດີໂອອື່ນໆໂດຍຜ່ານຊ່ອງຍູທູບ: ວິດີໂອສໍາລັບການພັດທະນາຄູ Teacher Development Videos ວິດີໂອຊຸດໃໝ່ທຸກອັນ ແມ່ນໄດ້ມີພາສາມືເພີ່ມເຂົ້າໃນວິດີໂອ ເພື່ອຊ່ວຍໃຫ້ທຸກຄົນສາມາດເຂົ້າເຖິງວິດີໂອເຫຼ່ົານີ້ໄດ້ຫຼາຍຂຶ້ນ ເພື່ອຊ່ວຍໃຫ້ຄູໄດ້ພັດທະນາທັກສະຂອງພວກເຂົາໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ແລະ ວິທີການຮຽນການສອນແບບໃໝ່ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ.
# ຂ່າວ – ພາບ: ບຸນມີ ສີວິໄລ