ນັກຮຽນຍິງ ມສ ວຽງຈັນ 2 ຄົນ ໄດ້ຮັບລາງວັນປົດສະເຕີດີເດັ່ນ

    ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ເຂົ້າຮ່ວມກິດຈະກຳກັບມູນນິທິລາງວັນເຈົ້າຟ້າມະຫາຈັກກຣີ ຮ່ວມກັບ 11 ປະເທດອາຊຽນ ຍ້ອນວ່າທ່ານ ນາງ ຄໍາຊ້ອຍ ວົງສໍາພັນ ອະດີດຄະນະອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຮັບລາງວັນດັ່ງກ່າວເປັນຄົນທຳອິດໃນປີ 2015 ແລະ ໃນປີຜ່ານມາ ກິດຈະກຳ Fabulous Asean Breakfast (FAB) ເຊິ່ງມີນັກຮຽນ ມສ ວຽງຈັນເຂົ້າຮ່ວມ 2 ຄົນ.

    ປັດຈຸບັນ ແມ່ນໂຄງການ ASIAN SCHOOL COLLABORATION ຄັ້ງນີ້ ນັກຮຽນໄດ້ເລືອກຫົວຂໍ້ Asian Traditional Costumes ເຊິ່ງນັກຮຽນ ມສ ວຽງຈັນ ຈຳນວນ 20 ຄົນ ໄດ້ຮ່ວມ ເຊິ່ງໄດ້ເຮັດວຽກເປັນທີມກັບທີມປະເທດກຳປູເຈຍ ໂດຍແບ່ງນັກຮຽນລາວ 2 ຄົນ ກັບນັກຮຽນກຳບູເຈຍ 2 ຄົນ ເຊິ່ງນັກຮຽນຈະໄດ້ພັດທະນາທັກສະຂອງຕົນ ໄດ້ຮຽນຮູ້ການເຮັດວຽກເປັນທີມ ເຝິກທັກສະການໃຊ້ພາສາອັງກິດ ແລະ ມີຫົວຄິດສ້າງສັນໃນການເຮັດປົດສະເຕີ ແລະ ວິດີໂອ.

    ຈາກການເຄື່ອນໄຫວກິດຈະກຳຄັ້ງນີ້ ນັກຮຽນຍິງ 2 ຄົນ ໄດ້ຮັບລາງວັນປົດສະເຕີດີເດັ່ນ ຄື: ນາງ ຕິ່ງກີ້ ປ້ອງວຽງທອງ ແລະ ນາງ ປູຣິດາ ໄຊຍະສອນ ນັກຮຽນຊັ້ນ ມ5 ຂອງໂຮງຮຽນ ມສ ວຽງຈັນ ແລະ ໃນວັນທີ 19 ມິຖຸນາ 2021 ຜ່ານມາ ທ່ານນາງ ຄຳຊ້ອຍ  ວົງສຳພັນ ອະດີດຄະນະອຳນວຍການໂຮງຮຽນ ຍັງໄດ້ເຂົ້າຮ່ວມການເສວະນາຮ່ວມກັບປະເທດໄທ ແລະ ປະເທດ ສສ ຫວຽດນາມ ກ່ຽວກັບການທ້າທາຍໃນການຈັດຕັ້ງການຮຽນ-ການສອນໃນຍຸກໂຄວິດ-19 ໃນແຕ່ລະປະເທດ.

# ຂ່າວພາບ: ບຸນມີ ສີວິໄລ

error: Content is protected !!