ສ້າງຄວາມເຂັ້ມແຂງດ້ານການຈັດຊື້-ຈັດຈ້າງໃນໂຄງການທີ່ໄດ້ຮັບທຶນຈາກ ADB

    ກະຊວງແຜນການ-ການລົງທຶນ ແລະ ທະນາຄານພັດທະນາອາຊີ (ADB) ຮ່ວມກັບກະຊວງການເງິນ ໄດ້ເປີດກອງປະຊຸມທາງອອນລາຍ ກ່ຽວກັບວຽກງານການຈັດຊື້-ຈັດຈ້າງ ຂຶ້ນວັນທີ  22 ມິຖຸນາ 2021 ເພື່ອສ້າງຄວາມສາມາດໃນການຈັດຊື້-ຈັດຈ້າງ ຂອງບັນດາໂຄງການທີ່ໄດ້ຮັບທຶນຈາກ ADB ທີ່ຈັດຕັ້ງປະຕິບັດໃນ ສປປ ລາວ ໃຫ້ເຂັ້ມແຂງ ແລະ ມີຄຸນນະພາບ ໂດຍເປັນປະທານຂອງທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳລາວ  ມີບັນດາຫົວໜ້າໂຄງການຈາກໜ່ວຍງານຮັບຜິດຊອບໂຄງການ ຜູ້ອຳນວຍການໂຄງການຈາກໜ່ວຍງານຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນຈາກ ADB ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

    ກອງປະຊຸມຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບການຜັນຂະຫຍາຍ ແລະ ນໍາໃຊ້ກົດໜາຍການຈັດຊື້-ຈັດຈ້າງຂອງລັດຖະບານແຫ່ງ ສປປ ລາວ ພ້ອມທັງກົດລະບຽບການຈັດຊື້-ຈັດຈ້າງ ສໍາລັບຜູ້ກູ້ຢືມທຶນຂອງ ADB ສະບັບປີ 2017 ແລະ ຄູ່ມືແນະນໍາຕ່າງໆ ໂດຍສະເພາະກ່ຽວກັບກົນໄກການຮ້ອງທຸກ ການບໍລິຫານສັນຍາ ແລະ ການປະມູນທີ່ມີມູນຄ່າຕໍ່າຜິດປົກກະຕິ.

      ທ່ານ ນາງ ໂຊໂນມິ ທະນາກະ ກ່າວວ່າ: ການຈັດຊື້-ຈັດຈ້າງນີ້ ແມ່ນຄວາມຮຽກຮ້ອງຕ້ອງການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກ ADB ທີ່ພວມດຳເນີນໃນ ສປປ ລາວ ຢ່າງມີປະສິດທິຜົນ ເຊິ່ງມັນຈະຊ່ວຍເຮັດໃຫ້ລັດຖະບານຮັບປະກັນການຕອບສະໜອງຢ່າງຄ່ອງແຄ້ວ ແລະ ທັນເວລາ ຕໍ່ບັນຫາທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງ ໃນຫຼາຍຂັ້ນຕອນຂອງການຈັດຕັ້ງປະຕິບັດໂຄງການ ພ້ອມທັງບົດບາດຂອງ ADB ໃນການອໍານວຍຄວາມສະດວກໃນວຽກງານດັ່ງກ່າວ  ເຊິ່ງມາຮອດວັນທີ 31 ເມສາ 2021 ມູນຄ່າໂຄງການທັງໜົດທີ່ໄດ້ຮັບທຶນຈາກ ADB ສໍາລັບ ສປປ ລາວ ມີ 840 ລ້ານໂດລາສະຫະລັດ ສໍາລັບ 24 ໂຄງການທີ່ພວມດໍາເນີນງານໃນປັດຈຸບັນ ເພື່ອສະໜັບສະໜູນແກ່ການພັດທະນາຂອງ ສປປ ລາວ ໃນຂະແໜງການຕ່າງໆເຊັ່ນ: ການຮັບປະກັນສຸຂະພາບໃນການຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ການສຶກສາຊັ້ນສູງ ແລະ ການສຶກສາເຕັກນິກ ແລະ ການເຝີກອົບຮົມວິຊາຊີບ ປັບປຸງພື້ນຖານໂຄງລ່າງກະສິກໍາ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງການສະໜອງນໍ້າປະປາ ການບໍລິການໃນຕົວເມືອງ ທ່ອງທ່ຽວ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ.

     ການຈັດກອງປະຊຸມຄັ້ງນີ້ ແມ່ນສ່ວນໜຶ່ງຂອງຊຸດເຝີກອົບຮົມຂອງ ADB ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການທີ່ມີປະສິດທິຜົນສຳລັບ ສປປ ລາວ ໃນປີ 2021 ເຊັ່ນ: ການເຝີກອົບຮົມກ່ຽວກັບຂັ້ນຕອນການປະມູນ ການເບີກ-ຈ່າຍເງິນກູ້ ການຮັກສາສິ່ງແວດລ້ອມ ແລະ ການປົກປ້ອງສັງຄົມ ແລະ ບົດບາດຍິງຊາຍ.

      ການປັບປຸງຄຸນນະພາບຂອງການຈັດຊື້-ຈັດຈ້າງ ບໍ່ພຽງແຕ່ຊ່ວຍຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການດຳເນີນງານໂຄງການຈົນສຳເລັດ ແຕ່ຍັງຊ່ວຍສົ່ງເສີມຄວາມໂປ່ງໃສ ແລະ ຄວາມຄຸ້ມຄ່າແກ່ເງິນລົງທຶນທີ່ລັດຖະບານໄດ້ລົງທຶນໃນບັນດາໂຄງການຕ່າງໆ ໂດຍຜ່ານການສະໜັບສະໜູນຂອງ ADB ໃນ ສປປ ລາວ ເພື່ອແນໃສ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງການພັດທະນາ ທີ່ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 9 ຂອງລັດຖະບານ ກໍຄືເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີຜົນສຳເລັດເທື່ອລະກ້າວ.

# ຂ່າວພາບ: ລັດເວລາ

error: Content is protected !!