
ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນຳພາຄະນະສະເພາະກິດ ສະກັດກັ້ນ ແລະ ປ້ອງກັນພະຍາດ COVID-19 ຂັ້ນເມືອງ ແລະ ນັກທຸລະກິດ ລົງຕິດຕາມສະພາບຢູ່ຈຸດກວດກາຕ່າງໆ ພ້ອມທັງມອບນ້ຳດື່ມ ເຄື່ອງດື່ມຊູກຳລັງ ແລະ ຜ້າປິດປາກທີ່ໄດ້ຈາກການຊຸກຍູ້ຂອງນັກທຸລະກິດ ເພື່ອນຳໄປຊ່ວຍເຫຼືອສັງຄົມ ແລະ ແຈກຢາຍໃຫ້ຈຸດກວດກາທີ່ຕັ້ງດ່ານຢູ່ຕາມເສັ້ນທາງລະຫວ່າງບ້ານຕໍ່ບ້ານ ແລະ ຈຸດຊາຍແດນ ເພື່ອໃຫ້ກຳລັງໃຈແກ່ກຳລັງ ປກຊ-ປກສ ທີ່ກຳລັງປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໃນການປ້ອງກັນແຜ່ລະບາດຂອງພະຍາດ COVID-19 ວັນທີ 21 ເມສາ 2020.

ທ່ານຮອງເຈົ້າເມືອງຫາດຊາຍຟອງ ຍັງໄດ້ເນັ້ນໃຫ້ແຕ່ລະຈຸດກວດ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຕໍ່ຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີມທະວີ ແລະ ສະກັດກັ້ນການລະ ບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດ COVID-19 ສືບຕໍ່ເພີ່ມທະວີມາດຕະການໃນການປ້ອງກັນ ຕາມຄຳສັ່ງຂອງນາຍົກ ທີ່ໄດ້ຕໍ່ເວລາອອກໄປອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020.

ສຳລັບພາກທຸລະກິດທີ່ປະກອບສ່ວນຊ່ວຍເຫຼືອສັງຄົມຄັ້ງນີ້ ປະກອບມີທ່ານ ແຂກ ຮ້ານອາຫານແຄມຂອງວິວ ບ້ານທ່າເດື່ອ ທ່ານ ໂກ້ ບໍລິການໃຫ້ເຊົ່າ ໂຕະ-ຕັ່ງ-ເຕັ້ນ ທ່ານ ແສງ ໂຮງງານນ້ຳກ້ອນ ແສງຈະເລີນ ບ້ານຊຽງຄວນ ແລະ ທ່ານ ອາຄົມ ບໍລິສັດອາຄົມການຢາ ຂາອອກ-ຂາເຂົ້າຈຳກັດ ມອບນ້ຳດື່ມພາກສ່ວນລະ 10 ແພັກ ແລະ ເຄື່ອງດື່ມຊູກຳລັງ ພາກສ່ວນລະ 50 ແກ້ວ ໃນນີ້ ວຽກງານສັນຈອນໄດ້ຈັດຕັ້ງການກວດກາປະຕູເຂົ້າ-ອອກເມືອງ ແລະ ຈຸດກວດກາຕາມເສັ້ນທາງລະຫວ່າງກຸ່ມຕໍ່ກຸ່ມ ແລະ ບ້ານຕໍ່ບ້ານ ມີ 18 ຈຸດ ແລະ ຈຸດໃຫຍ່ຕັ້ງຢູ່ໜ້າສວນວັດທະນະທຳບັນດາເຜົ່າ ບ້ານດົງໂພສີ.
