ວັນທີ 23 ມິຖຸນາ 2021 ທີ່ໂຮງແຮມຄລາວ ພຣາຊາ ນະຄອນຫຼວງວຽງຈັນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ຮ່ວມກັບໂຄງການສະຖາບັນເຕີບໂຕສີຂຽວສາກົນ (GGGI) ໄດ້ຈັດກອງປະຊຸມນຳສະເໜີໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ພາຍໃຕ້ໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອສຳລັບປັບປຸງສິ່ງແວດລ້ອມຕົວເມືອງໃນ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານ ສ ເກົາຫຼີ ແລະ ໂຄງການສະຖາບັນເຕີບໂຕສີຂຽວສາກົນ ເປັນປະທານຮ່ວມຂອງທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ໂຊມີຄິມ ຜູ້ຊ່ຽວຊານໂຄງການສະຖາບັນເຕີບໂຕສີຂຽວສາກົນ ມີບັນດາຮອງຫົວໜ້າຫ້ອງການ ຄຕບ ແລະ ພະນັກງານທີ່ກ່ຽວຂ້ອງຫ້ອງການ ຄບຕ ນະຄອນຫຼວງວຽງຈັນ ຫ້ອງການ ຄບຕ ເມືອງສີໂຄດຕະບອງ ແລະ ຮອງນາຍບ້ານຜູ້ຮັບຜິດຊອບເກັບຂີ້ເຫຍື້ອຂັ້ນບ້ານ ບ້ານໜອງບົວທອງເໜືອ ປາກທ້າງ ແລະ ບ້ານດົງນາໂຊກ ເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ຮູ້ຈັກກັບໂຄງການ ປຶກສາຫາລື ແລະ ສົນທະນາກ່ຽວກັບບັນຫາການເກັບມ້ຽນຂີ້ເຫຍື້ອທີ່ມີຄຸນນະພາບ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອສ້າງໃຫ້ສັງຄົມ ກໍຄືນະຄອນຫຼວງວຽງຈັນມີຄວາມສະອາດງາມຕາ ເປັນຕົ້ນການນໍາສະເໜີການອອກແບບໂຄງການບໍລິການເກັບຂີ້ເຫຍື້ອແບບບໍ່ລວມສູນ ການນໍາສະເໜີການອອກແບບທັງໝົດ ລວມເຖິງສູນຟື້ນຟູຂີ້ເຫຍື້ອ ການບໍລິການເກັບມ້ຽນຂີ້ເຫຍື້ອປົກຄຸມໃຫ້ໄດ້ 100% ກົນໄກການຄັດແຍກຂີ້ເຫຍື້ອ ໂຄງຮ່າງການເກັບຄ່າທໍານຽມການເກັບມ້ຽນຂີ້ເຫຍື້ອ ການປຽບທຽບ 3 ທາງເລືອກສໍາລັບການບໍລິການເກັບຂີ້ເຫຍື້ອແບບບໍ່ລວມສູນ ການປຽບທຽບທາງເລືອກທີ 1 ທີ 2 ແລະ ທີ 3 ການປຽບທຽບການວິເຄາະດ້ານການເງິນ ການນໍາສະເໜີຮູບແບບຂອງລົດເກັບມ້ຽນຂີ້ເຫຍື້ອ ແລະ ການອອກແບບຖັງຂີ້ເຫຍື້ອສໍາລັບຄົວເຮືອນ ແບບຢ່າງຂອງການອອກແບບ ການໂຫວດເອົາແບບທີ່ດີທີ່ສຸດ ການນໍາສະເໜີວິທີການດໍາເນີນການຜະລິດ ແລະ ການອອກແບບສູນຟື້ນຟູຂີ້ເຫຍື້ອ ການນໍາສະເໜີກ່ຽວກັບງົບປະມານການເງິນໃນການດໍາເນີນການຜະລິດໃນສູນຟື້ນຟູຂີ້ເຫຍື້ອ ຮູບແບບການດໍາເນີນການຜະລິດ ແລະ ທາງເລືອກດ້ານການຈັດຊື້-ຈັດຈ້າງບໍລິສັດ ພາກເອກະຊົນທີ່ສາມາດເປັນຜູ້ດໍາເນີນການຜະລິດໃນສູນຟື້ນຟູຂີ້ເຫຍື້ອ ການນໍາສະເໜີແຜນໄລຍະເວລາການຈັດຕັ້ງກິດຈະກໍາຂອງໂຄງການ ແຜນການດໍາເນີນການເຊັນສັນຍາການບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ອື່ນໆ ເຊິ່ງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ໂດຍສະເພາະ ຄບຕ ແລະ ທາງຄະນະບ້ານ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ໂຄງການດັ່ງກ່າວເພື່ອເລືອກທາງເລືອກທີ່ດີທີ່ສຸດ.


# ຂ່າວ – ພາບ: ສົມສະຫວັນ