ອີງຕາມການລາຍງານຂອງອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ (HI) ໃຫ້ຮູ້ວັນທີ 24 ມິຖຸນາ 2021 ວ່າ: ອົງການ HI ເປັນອົງການໜຶ່ງທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢູ່ລາວ ໂດຍສະພາະ ໄລຍະນີ້ ສຸມໃສ່ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ເຊິ່ງມັນສະແດງໃຫ້ເຫັນ ໄດ້ຈັດໃຫ້ມີຫຼາຍກີດຈະກຳ ເປັນຕົ້ນ ການໂຄສະນາຊຸມຊົນກ່ຽວກັບພະຍາດໂຄວິດ-19: ທີມງານເກັບກູ້ລະເບີດຂອງອົງການ HI ແຂວງຫົວພັນ ໂດຍການສະໜັບສະໜູນຈາກພະນັກງານສາທາລະນະສຸກຂັ້ນເມືອງ ໄດ້ຈັດການໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ (ສົມທົບກັບການໂຄສະນາສຶກສາຄວາມສ່ຽງຈາກລະເບີດທີjຍັງບໍ່ທັນແຕກ) ມີຜູ້ເຂົ້າຮ່ວມກິດຈະກຳດັ່ງກ່າວ 1.177 ຄົນ ແລະ ເປັນຄົນພິການ 110 ຄົນ ໃນ 21 ບ້ານເປົ້າໝາຍຂອງເມືອງຫົວເມືອງ ແຂວງຫົວພັນ ປ້າຍໂຄສະນາ ແລະ ແຜ່ນພັບກ່ຽວກັບການປ້ອງກັນພະຍາດໂຄວິດ ໄດ້ແຈກຢາຍຢູ່ສະຖານທີ່ຕ່າງໆຂອງເມືອງ ນອກນັ້ນ ອົງການ HI ຍັງອຳນວຍຄວາມສະດວກໃນການເຂົ້າເຖິງວັກຊີນສຳລັບກຸ່ມຄົນທີ່ດ້ອຍໂອກາດ ລວມທັງຄົນພິການຕື່ມອີກ.
ການຂົນສົ່ງຜູ້ຕິດເຊື້ອພະຍາດໂຄວິດ: ອົງການ HI ໄດ້ເຊັນຂໍ້ຕົກລົງຮ່ວມມືກັບໜ່ວຍກູ້ໄພວຽງຈັນ 1623 ໃນເດືອນພຶດສະພາ 2021 ຜ່ານການຮ່ວມມືດັ່ງກ່າວ ລົດສຸກເສີນຂອງໜ່ວຍກູ້ໄພວຽງຈັນ 1623 ຈໍານວນ 7 ຄັນ ໄດ້ຮັບການປັບປຸງ ແລະ ສ້ອມແປງເພື່ອຕອບສະໜອງການຂົນສົ່ງຜູ້ຕິດເຊື້ອພະຍາດໂຄວິດ ຜູ້ຕິດເຊື້ອທັງໝົດ 460 ຄົນໄດ້ຮັບການນໍາສົ່ງໄປປິ່ນປົວຢູ່ໂຮງໝໍໃນນະຄອນຫຼວງວຽງຈັນ ນອກນີ້ ລົດຂອງອົງການ HI 2 ຄັນ ໄດ້ຮັບການດັດແປງເປັນລົດສຸກເສີນ ເຊິ່ງຈະຖືກນຳໃຊ້ຢູ່ແຂວງຫົວພັນ ເພື່ອຂົນສົ່ງຜູ້ຕິດເຊື້ອພະຍາດໂຄວິດ ແລະ ຮັບໃຊ້ເພື່ອຕອບສະໜອງຕາມການຮຽກຮ້ອງຂອງອຳນາດການປົກຄອງທ້ອງຖິ່ນ.
ການແຈກຢາຍອຸປະກອນປ້ອງກັນໂຄວິດ: ອົງການ HI ໄດ້ສະໜອງອຸປະກອນປ້ອງກັນໂຄວິດໃຫ້ສູນປ້ອງກັນ ແລະ ຄອບຄຸມພະຍາດໂຄວິດເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ເມືອງຊຳເໜືອ ແຂວງຫົວພັນ ມີຈຳນວນຜູ້ໄດ້ຮັບຜົນປະໂຫຍດທັງໝົດ 50.903 ຄົນ ໃນນັ້ນ ໄດ້ຮັບຜົນປະໂຫຍດທາງກົງ 1.249 ຄົນ ແລະ ທາງອອ້ມ 49.654 ຄົນ ເຊິ່ງທຸກກິດຈະກຳ ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ ກະຊວງການຕ່າງປະເທດຂອງປະເທດນອ໊ກແວ ແລະ ກະຊວງການຕ່າງປະເທດຂອງປະເທດລຸກຊຳບວກ.
# ຂ່າວ – ພາບ: ສົມສະຫວັນ