ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຄືບໜ້າ 90%

   ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຊິ່ງໂຄງການດັ່ງກ່າວພັດທະນາໂດຍກຸ່ມບໍລິສັດ ພອນສັກ ຈໍາກັດ ໃນເບື້ອງຕົ້ນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ພັດທະນາໂຄງການກັບລັດຖະບານ ສປປ ລາວ ໃນປີ 2012 ມາຮອດປີ 2016 ໄດ້ສ້າງຕັ້ງເປັນ ບໍລິສັດ ໄຟຟ້ານໍ້າເທິນ 1 ຈໍາກັດ ພ້ອມທັງເຊັນສັນຍາສໍາປະທານໂຄງການ ແລະ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທEGAT ແລະ ລັດວິສະຫະກິດໄຟຟ້າລາວ ໃນປີ 2017.

      ບໍລິສັດ ໄຟຟ້ານໍ້າເທິນ 1 ຈໍາກັດ ເປັນບໍລິສັດຮ່ວມຮຸ້ນ ປະກອບມີ ກຸ່ມບໍລິສັດພອນສັກ ຈໍາກັດ (PSG) ບໍລິສັດ ຜະລິດໄຟຟ້າ ຈໍາກັດ  (ມະຫາຊົນ) EGCO ແລະ ບໍລິສັດ ຜະລິດ ໄຟຟ້າລາວ ມະຫາຊົນ (EDL-GEN) ໂຄງສ້າງຂອງເຂື່ອນນໍ້າເທີນ 1 ມີຮູບແບບການກໍ່ສ້າງຄອນກຣີດອັດແຮງ  (RCC) ມີຄວາມຍາວ 771 ແມັດ ສູງ 177 ແມັດ ເນື້ອທີ່ອ່າງເກັບນໍ້າ 9.360 ເຮັກຕາ ສາມາດກັກເກັບນໍ້າໄດ້ປະມານ 3 ພັນລ້ານແມັດກ້ອນ ຂະໜາດກໍາລັງຕິດຕັ້ງ 650 ເມກາວັດ ສາມາດຜະລິດໄຟຟ້າໄດ້ 2.562 ກິກາວັດໂມງຕໍ່ປີ ໃນນັ້ນ ຈະແບ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (EGAT) 520 ເມກາວັດ ແລະ ຂາຍໃຫ້ລັດວິສະຫະກິດ ໄຟຟ້າລາວ 130 ເມກາວັດ.

     ທ່ານ ປຣີຊາ ກັນທະມູນ ປະທານກໍາມະການບໍລິຫານບໍລິສັດໄຟຟ້າ ນໍ້າເທີນ 1 ຈໍາກັດ ກ່າວວ່າ:  ໂຄງການດັ່ງກ່າວນີ້ໄດ້ວ່າຈ້າງການອອກແບບ ແລະ ຄວບຄຸມການກໍ່ສ້າງໂດຍບໍລິສັດພອຍຣີ້ ເອນເນີຢີ ປະເທດສະວິດ (POYRY) ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນມີຖຸນາ 2016 ແລະ ກໍານົດວັນຊື້ ຂາຍ ໄຟຟ້າເປັນທາງການ ໃນເດືອນພຶດສະພາ 2022 ມີໄລຍະສໍາປະທານ 27 ປີ ນັບຈາກມື້ເລີ່ມຜະລິດໄຟຟ້າເປັນທາງການ ແລະ ງົບປະມານທີ່ນໍາໃຊ້ໃນການກໍ່ສ້າງທັງໝົດແມ່ນ 1.335 ລ້ານໂດລາສະຫະລັດ ໃນນີ້ 70% ແມ່ນເງິນກູ້ຈາກກຸ່ມທະນາຄານໃນປະເທດໄທ ແລະ 30% ແມ່ນສົມທົບທຶນຈາກຜູ້ຮ່ວມຮຸ້ນ  ວຽກຫຼັກໃນການກໍ່ສ້າງ ປະກອບມີ: ກໍ່ສ້າງເຮືອນພັກພະນັກງານ ແລະ ຫ້ອງການ ກໍ່ສ້າງອຸບມຸງອ່ວຍນໍ້າ ກໍ່ສ້າງໂຕເຂື່ອນ ເຮືອນຈັກໄຟຟ້າ ອຸບໂມງສົ່ງນໍ້າ ແລະ ບານປະຕູລະບາຍນໍ້າ ຕິດຕັ້ງກົນຈັກຜະລິດໄຟຟ້າ ແລະ ລະບົບອຸປະກອນຄວບຄຸມ ພ້ອມນັ້ນ ໄດ້ກໍ່ສ້າງສາຍສົ່ງຂະໜາດກໍາລັງສົ່ງ 500 ກິໂລໂວນ ສົ່ງໄປປະເທດໄທ ແລະ ຂະໜາດ 115 ກິໂລໂວນ ສົ່ງໃຫ້ໄຟຟ້າລາວ ນອກນີ້ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ການຍົກຍ້າຍຈັດສັນອາຊີບໃຫ້ກັບປະຊາຊົນທີ່ຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນ ການສົ່ງເສີມອາຊີບໃຫ້ປະຊາຊົນ ແລະ ອື່ນໆ ສັງລວມແລ້ວ ຈາກມື້ເລີ່ມຕົ້ນການກໍ່ສ້າງຈົນເຖິງປັດຈຸບັນ ໂຄງການມີຄວາມຄືບໜ້າ 90% ແລະ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໄປເລື່ອຍໆໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

# ຂ່າວພາບ: ລັດເວລາ

error: Content is protected !!