ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ

        ວັນທີ 23 ມິຖຸນາ 2021 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ໜຶ່ງແລວ ໜຶ່ງເສັ້ນທາງ ສຳລັບພາກພື້ນອາຊີ-ປາຊີຟິກ ທີ່​ຈັດ​ຂຶ້ນໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືໃນການຕ້ານພະຍາດລະບາດ ເພື່ອການຟື້ນຟູແບບຍືນຍົງ ໂດຍການເປັນປະທານຂອງທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດແຫ່ງ ສປ ຈີນ ມີບັນດາຮອງນາຍົກລັດຖະມົນຕີ ລັດຖະມົນຕີຕ່າງປະເທດຂອງປະເທດຄູ່ຮ່ວມມື ແລະ ຕາງໜ້າອົງການຈັດຕັ້ງສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຈາກພາກພື້ນອາຊີ-ປາຊີຟິກເຂົ້າຮ່ວມ.

     ກອງປະຊຸມໄດ້ແລກຄຳ​ຄິດ​ເຫັນກ່ຽວກັບການສະກັດກັ້ນ ເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ປຶກສາ​ຫາລືຜົນ​ກະທົບ ​ແລະ  ມາດ​ຕະການ​ແກ້​ໄຂສິ່ງທ້າທາຍຕ່າງໆທີ່ເກີດຈາກພະຍາດດັ່ງກ່າວ ​​ເປັນຕົ້ນ ​​ການ​ຮ່ວມ​ມືການສະໜອງວັກຊິນໃຫ້ພຽງພໍ ແລະ ທົ່ວເຖິງ ລວມໄປເຖິງມາດ​ຕະການ​ຊ່ວຍ​ເຫຼືອ​ຂະ​ແໜງ​ເສດຖະກິດຂະໜາດ​ນ້ອຍ ​ແລະ ​ກາງ ທີ່​ໄດ້ຮັບຜົນ​ກະທົບ​ຢ່າງ​ໜັກໜ່ວງຈາກການ​ແຜ່​ລະບາດ​ພະຍາ​ດ​ໂຄ​ວິດ-19 ​ໃນ​ຊຸມ​ຊົນ.

     ກອງ​ປະຊຸມ ​ຍັງ​ໄດ້​ປຶກສາ​ຫາລື​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ໂດຍ​ເນັ້ນ​ໃສ່​​ການຮ່ວມ​ມື​ກັນສ້າງສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍ​ໃຫ້​ແກ່​ການຟື້ນຟູເສດຖະກິດສັງຄົມ ຢູ່​ໃນ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມຂອງຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ກໍຄື​ພາກ​ພື້ນ​ອື່ນໆໃນອານະຄົດ.

      ໃນກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ  ແລະ ບັນດາມາດຕະການສໍາຄັນຕ່າງໆທີ່ລັດຖະບານໄດ້ວາງອອກ ເພື່ອຮັບ​ມື ​ແລະ ຕ້ານກັບພະຍາດຮ້າຍ​ແຮງດັ່ງກ່າວ​ໃນແຕ່ລະໄລຍະ. ​ ທ່ານໄດ້ຖື​​ໂອກາດສຳຄັນ​ນີ້ ​​ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ກໍ​ຄືບັນດາປະເທດເພື່ອນມິດ ປະເທດຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ ໃນການຮັບມືສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ.

     ກອງປະຊຸມຄັ້ງ​ນີ້ ໄດ້ສະໜັບສະໜູນ 2 ຂໍ້ລິເລີ່ມໃໝ່ຂອງ ສປ ຈີນ ຄື:   “ຂໍ້ລິເລີ່ມວ່າດ້ວຍການຮ່ວມມືດ້ານວັກຊິນຕ້ານໂຄວິດ-19 ສໍາລັບຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ຂໍ້ລິເລີ່ມວ່າດ້ວຍການພັດທະນາສີຂຽວສໍາລັບຄູ່ຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ” ​ເຊິ່ງ​ເປັນ​​ຂໍ້​ລິ​ເລີ່​ມສຳຄັນທີ່ປະກອບສ່ວນ​ສົ່ງ​ເສີມການ​ພັດທະນາເສດຖະກິດສີຂຽວ ພະລັງງານສະອາດ ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຂົງເຂດການເງິນທີ່ທັນສະໄໝ ກໍ​ຄືການຈັດຕັ້ງປະຕິບັດວາລະ 2020 ເພື່ອການພັດທະນາແບບຍືນຍົງ.

# ຂ່າວ – ພາບ: ລັດເວລາ

error: Content is protected !!