ອົງການປົກຄອງນະຄອນຫຼວງວຽງຈັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງໄຊຍະບູລີ ເຊິ່ງວັນທີ 24 ມິຖຸນາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍຕາງໜ້າມອບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍຕາງໜ້າຮັບຂອງທ່ານ ພົງສະຫວັນ ສິດທະພົງ ເຈົ້າແຂວງໄຊຍະບູລີ ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ມອບຄັ້ງນີ້ ປະກອບມີ ຖົງເຄື່ອງ 100 ເປົາ ກັບ 26 ຖົງ ຖັງໃຫຍ່ໃສ່ນໍ້າ 76 ຖັງ ເຄື່ອງນຸ່ງຫົ່ມ 3 ແກັດ ເກີບ 1 ແກັດ ໝໍ້ແຕ່ງກິນ 30 ໜ່ວຍ ຜ້າຫົ່ມ 134 ຜືນ ແລະ ສາດຜື 90 ຜືນ ນອກນີ້ ຍັງມີເງິນສົດອີກ 50 ລ້ານກີບ.

# ຂ່າວ & ພາບ: ຂັນທະວີ