ເລີ່ມຈັດຕັ້ງປະຕິບັດໂຄງການສ້າງຂີດຄວາມສາມາດສົ່ງເສີມ ແລະ ຄຸ້ມຄອງການພັດທະນາຕົວເມືອງ

    ພິທີເຊັນບົດບັນທຶກການຊ່ວຍເຫຼືອລ້າ ອົງການໄຈກາ ກ່ຽວກັບໂຄງການສ້າງຂີດຄວາມສາມາດໃນການສົ່ງເສີມ ແລະ ຄຸ້ມຄອງການພັດທະນາຕົວເມືອງ ລະຫວ່າງຄະນະຈັດຕັ້ງປະຕິບັດໂຄງການ ກັບອົງການໄຈກາ ຈັດຂຶ້ນວັນທີ 24 ມິຖຸນາ 2021 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການລົງນາມຂອງທ່ານ ນາງ ອາກິໂກະ ຊານາດະ ຜູ້ຕາງໜ້າອົງການໄຈກາ ປະຈໍາລາວ ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ນາງ ພອນສະຫວັນ ແພງສີດາ ຫົວໜ້າສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ສຸລິກອນ ໄຊຊະນະ ຕາງໜ້າໃຫ້ຄະນະປະສານງານຂອງໂຄງການຊ່ວຍເຫຼືອລ້າ ອົງການໄຈກາ ກ່ຽວກັບການສ້າງຂີດຄວາມສາມາດໃນການສົ່ງເສີມ ແລະ ຄຸ້ມຄອງການພັດທະນາຕົວເມືອງ ໄດ້ລາຍງານກ່ຽວກັບໂຄງການວ່າ: ໂຄງການດັ່ງກ່າວ ເປັນໂຄງການທີ່ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດໃນດ້ານການສົ່ງເສີມ ຄຸ້ມຄອງການພັດທະນາຕົວເມືອງໃຫ້ມີຄວາມຍືນຍົງ ແລະ ຍົກລະດັບໃຫ້ນັບມື້ນັບດີຂຶ້ນ ເຊິ່ງໄດ້ຖືກຈັດຕັ້ງປະຕິບັດມາແຕ່ເດືອນກຸມພາ 2020 ຈະດໍາເນີນໄປເຖິງເດືອນຕຸລາ 2023 ປັດຈຸບັນ ໄດ້ມີຊ່ຽວຊານໄຈກາຈາກປະເທດຍີ່ປຸ່ນມາປະຈໍາການຢູ່ໃນໂຄງການດັ່ງກ່າວແລ້ວ ແລະ ໄດ້ດໍາເນີນການລົງເກັບກໍາຂໍ້ມູນ ສໍາຫຼວດແຜນຜັງລະອຽດກັບພາກສ່ວນທີ່ກ່ຽວຂ້ອງຢູ່ໃນນະຄອນຫຼວງວຽງຈັນ.

​                              # ຂ່າວ & ພາບ:  ຂັນທະວີ

error: Content is protected !!