ວັນທີ 21 ເມສາ 2020 ຢູ່ນະຄອນເຊີນເຈີ້ນ ສປ ຈີນ ບໍລິສັດຫົວເຫວີ່ຍ ໄດ້ປະກາດຜົນການດຳ ເນີນທຸລະກິດໄຕມາດທຳອິດ ປີ 2020 ດ້ວຍການສ້າງລາຍໄດ້ 182,2 ຕື້ຢວນ ຫຼື ປະມານ 229.900 ຕື້ກີບ ເພີ່ມຂຶ້ນ 1,4% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍອັດຕາກຳໄລສຸດທິຢູ່ທີ່ 7,3% ຂະນະທີ່ພະຍາດ COVID-19 ຍັງແຜ່ລະບາດ ແລະ ກະຈາຍໄປທົ່ວໂລກ ຫົວເຫວີຍຈຶ່ງໃຊ້ມາດຕະການທີ່ຕັ້ງໜ້າ ເພື່ອຮັບປະກັນຄວາມປອດໄພຂອງພະນັກງານ ໃນນີ້ຫົວເຫວີຍ ແລະ ບໍລິສັດເຄືອຂ່າຍຜູ້ສະໜອງສິນຄ້າ ຍັງສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອປຶກສາກ່ຽວກັບບັນຫາການຜະລິດ ບໍລິສັດໄດ້ເດີນໜ້າເຄື່ອນໄຫວທຸລະກິດ ແລະ ການຜະລິດຢ່າງເຕັມກຳລັງ ພ້ອມທັງໄດ້ເຂົ້າສູ່ສະພາວະປົກກະຕິ ນອກນີ້ ຜົນການດຳ ເນີນທຸລະກິດໃນພາບລວມ ໃນໄຕມາດ 1 ປີ 2020 ແມ່ນເປັນໄປຕາມຄາດໝາຍ.

ໃນໄລຍະວິກິດດ້ານສາທາລະນະສຸກແບບນີ້ ການເຊື່ອມຕໍ່ເຄືອຂ່າຍ ເປັນຮາກຖານທີ່ສຳຄັນທີ່ສຸດ ການສ້າງຄວາມໝັ້ນໃຈວ່າ ການດຳເນີນວຽກດ້ານເຄືອຂ່າຍໃຫ້ດຳເນີນໄປຕາມປົກກະຕິ ຈຶ່ງມີຄວາມສຳຄັນຢ່າງຍິ່ງ ຫົວເຫວີຍກຳລັງເຮັດວຽກຢ່າງເຕັມຄວາມສາມາດ ຮ່ວມກັບຜູ້ປະກອບການໂທລະຄົມມະນາຄົມ ເພື່ອໃຫ້ເຄືອຂ່າຍມີຄວາມໝັ້ນຄົງ ປອດໄພ ແລະ ຈະໃຫ້ບໍລິການທີ່ສອດຄ່ອງກັບຄວາມຕ້ອງການດ້ານເຄືອຂ່າຍທີ່ປັບປ່ຽນໄປ ເພາະການເວັ້ນໄລຍະຫ່າງຂອງສັງຄົມ ຂະນະທີ່ຜູ້ຄົນຫຼວງຫຼາຍມາປ່ຽນໄປໃຊ້ການສື່ສານໂທລະຄົມມະນາຄົມ ການສຶກສາທາງໄກ ແລະ ການຄ້າຜ່ານທາງເອເລັກໂຕຣນິກຫຼາຍຂຶ້ນ ຈົນກາຍເປັນສິ່ງຈຳເປັນໃນຊີວິດປະຈຳວັນ.
ນັບແຕ່ການແຜ່ລະບາດຂອງພະຍາດ COVID-19 ຫົວເຫວີຍ ແລະ ພັນທະມິດ ໄດ້ນຳສະເໜີການນຳໃຊ້ທາງການແພດທີ່ຊຸກຍູ້ການເຄື່ອນໄຫວ ໂດຍໃຊ້ພະລັງງານ 5G ແລະ AI ໃນຫຼາຍຮູບແບບຢ່າງວ່ອງໄວ ຫົວເຫວີຍໄດ້ໃຊ້ຄວາມຊ່ຽວຊານດ້ານເຕັກໂນໂລຊີການສື່ສານ ເພື່ອເປັນຕົວຊ່ວຍຕໍ່ສູ້ກັບໂຣກລະບາດ ແລະ ຊ່ວຍຊີວິດຜູ້ຄົນຫຼາຍຂຶ້ນ ວິທີການແກ້ໄຂບັນຫາການບົ່ງມະຕິພະຍາດ COVID-19 ຕົວ AI ຈະຊ່ວຍຫຼຸດເວລາການກວດ CT scan ຈາກ 12 ນາທີ ເຫຼືອ 2 ນາທີ ເພື່ອຊ່ວຍໃຫ້ແພດປັບປຸງປະສິດທິຜົນການບົ່ງມະຕິພະຍາດ ການໃຫ້ຄຳປຶກສາຜ່ານການວິດີໂອທາງໄກ ທີ່ເປີດໃຊ້ງານໂດຍ 5G ຈະຊ່ວຍຫຼຸດບັນຫາການຂາດເຂີນຜູ້ຊ່ຽວຊານດ້ານການແພດແນວໜ້າ ແລະ ເພີ່ມປະສິດທິຜົນຂອງການບົ່ງມະຕິພະຍາດ ແລະ ການຮັກສາຜູ້ປ່ວຍຂັ້ນວິກິດ ອຸປະກອນການຖ່າຍພາບຄວາມຮ້ອນດ້ວຍພະລັງງານ AI ສາມາດເພີ່ມອຸນຫະພູມ ແລະ ປະສິດທິຜົນຂອງການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ສາທາລະນະ.
ນອກນີ້ ຫົວເຫວີຍຍັງໄດ້ພະຍາຍາມຫາຜ້າປິດປາກ ຊຸດທົດລອງ ແລະ ອຸປະກອນປ້ອງກັນອື່ນໆ ໃຫ້ປະເທດ ແລະ ອົງກອນທີ່ຕ້ອງການໃນພາກພື້ນອາຊີ-ປາຊີຟິກ ແລະ ປະເທດສະມາຊິກອາຊຽນ ຫົວເຫວີຍໄດ້ຮ່ວມມືກັບປະເທດອິນໂດເນເຊຍ ມາເລເຊຍ ໄທ ຟິລິບປິນ ສິງກະໂປ ບຣູໄນ ບັງກະລາເທດ ກຳປູເຈຍ ລາວ ແລະ ອີກຫຼາຍໆປະເທດ ເພື່ອຮັບມືກັບຄວາມທ້າທາຍດ້ານການສື່ສານເທິງພື້ນດິນ ສ້າງຄວາມໝັ້ນໃຈໃນການເຊື່ອມຕໍ່ ແລະ ສະໜັບສະໜູນບໍລິການທີ່ຈຳເປັນດ້ວຍເຕັກໂນໂລຊີທີ່ເປັນນະວັດຕະກຳໃນໄລຍະການລະບາດຂອງພະຍາດ COVID-19 ເຕັກໂນໂລຊີ AI ທີ່ສະໜັບສະໜູນໂດຍເຄືອຂ່າຍ 5G ຊ່ວຍປັບປຸງປະສິດທິຜົນຂອງການບົ່ງມະຕິ ແລະ ການວິເຄາະຜົນການສະແກນອັດຕະໂນມັດ 20.000 CT scan ແລະ ປຽບທຽບກັບຖານຂໍ້ມູນທີ່ມີຢູ່ ສາມາດກວດພົບໄດ້ 4.000 ກໍລະນີ ທີ່ຢືນຢັນ ນອກນີ້ ສິ່ງທີ່ອຳນວຍຄວາມສະດວກ ການປະຊຸມທາງໄກຍັງຊ່ວຍຫຼຸດຄວາມສ່ຽງໃນການຕິດເຊື້ອສຳລັບບຸກຄະລາກອນແພດ ແລະ ຫຼຸດພາລະຂອງລະບົບ ໂດຍການຂະຫຍາຍຄວາມສາມາດໃນການຄວບຄຸມພະຍາດໄປຫາພື້ນທີ່ຕ່າງໆໃນປະເທດ.
ທ່ານ ອີຣິກ ຊູ ປະທານໝູນວຽນຂອງຫົວເຫວີຍ ກ່າວວ່າ: ພວກເຮົາຫວັງວ່າການລະບາດໃຫຍ່ຂອງພະຍາດ COVID-19 ຈະສິ້ນສຸດລົງ ແລະ ຫວັງວ່າຄົນເຈັບທຸກຄົນທົ່ວໂລກ ຈະສາມາດປິ່ນປົວໃຫ້ຫາຍຂາດໄດ້ໂດຍໄວທີ່ສຸດ ການລະບາດຂອງພະຍາດ COVID-19 ເປັນສິ່ງເຕືອນໃຈໃຫ້ພວກເຮົາແບ່ງປັນໂລກນີ້ ແລະ ແບ່ງປັນຊະຕາກຳດຽວກັນ ໃນການຈັດການກັບຄວາມທ້າທາຍທີ່ພົບເຫັນ ຈຶ່ງຈຳເປັນຕ້ອງມີຄວາມສາມັກຄີ ເພາະພະຍາດບໍ່ຮູ້ຈັກເສັ້ນຂອບເຂດພົມແດນ ແລະ ອາດກຳນົດເປົ້າໝາຍໄປຫາທຸກຄົນ ໂດຍບໍ່ຄຳນຶງເຖິງເຊື້ອຊາດ ສີຜິວ ຫຼື ຄວາມຮັ່ງມີ ແນວພັນທີ່ລອດຊີວິດຈາກລົມພະຍຸ ຈະງອກເງີຍ ແລະ ອອກດອກເບັ່ງບານ ເຖິງວ່າມັນຈະເປັນໄປບໍ່ໄດ້ທີ່ຈະຮູ້ວ່າຕອນໃດທີ່ກະແສຂອງໂລກລະບາດນີ້ຈະປ່ຽນໄປ ແຕ່ຫົວເຫວີ່ຍເຊື່ອວ່າຄວາມທ້າທາຍນີ້ຈະຕ້ອງເອົາຊະນະດ້ວຍການຢືນຂຶ້ນສູ້ໄປດ້ວຍກັນ.