ກໍລະນີພົບເຫັນຜູ້ລະເມີດ 8 ຂໍ້ຫ້າມ ຈະດໍາເນີນມາດຕະການຢ່າງເຂັ້ມງວດ

    ອີງຕາມແຈ້ງການເລກທີ 0045/ກປ ລົງວັນທີ 21 ມິຖຸນາ 2021 ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2021 ໃຫ້ຮູ້ໃນບາງຕອນເນື້ອໃນສໍາຄັນວ່າ: ຫ້າມບຸກຄົນ ຄອບຄົວ ແລະ ການຈັດຕັ້ງ ມີການກະທໍາ ຄື:

    1.) ຈັບ ຊື້-ຂາຍ ສັດນໍ້າ ແລະ ລ່າສັດປ່າ ປະເພດຫວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ໃນທຸກລະດູການຢ່າງເດັດຂາດ

    2.) ນໍາເອົາສັດນໍ້າ ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ ຊາກ ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດ ອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກໍາເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ

    3.) ລ່າສັດນໍ້າ ສັດປ່າປະເພດທົ່ວໄປ (ບັນຊີ III) ໃນສະຖານທີ່ຫວງຫ້າມ ເຂດອະນຸຮັກພັນສັດ ເຂດວັງສະຫງວນ ໂດຍສະເພາະ ໄລຍະລະດູປາວາງໄຂ່ ຫຼື ເຂົ້າພັນສາ

    4.) ບຸກລຸກທໍາລາຍເຂດອະນຸຮັກພັນສັດ ວັງສະຫງວນ ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມ ເຊັ່ນ: ດ້ວຍການບຸກເບີກ ຕັ້ງຖິ່ນຖານໃໝ່ ຖາກຖາງປ່າໄມ້ ຈູດປ່າ ຕັດໄມ້ ນໍາໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າເກີນກໍານົດ ແລະ ການກະທໍາອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

    5.) ຈັບຈອງ ຍ້າຍ ປ່ຽນແປງ ຫຼື ທໍາລາຍເຄື່ອງໝາຍເຂດແດນ ວັງສະຫງວນ ເຂດອະນຸຮັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ

    6.) ຫາປາໃນໄລຍະລະດູວາງໄຂ່ ຫຼື ໄລຍະເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນ ເຂດວັງສະຫງວນຕ່າງໆ

    7.) ຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນໍ້າ ດ້ວຍວິທີການເຮັດຕ້ອນ ເຮັດລີ່ ໃສ່ລອບ ຫຼື ໂຕ່ງ ມອງຕາຖີ່ ນໍາໃຊ້ລະເບີດ ທາດເບື່ອ ສານເຄມີ ໃຊ້ໄຟຟ້າຊ໊ອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ

    8.) ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ.

    ກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການກ່າວເຕືອນ ສຶກສາອົບຮົມ ປັບໃໝ ແລະ ດໍາເນີນຄະດີຢ່າງເຂັ້ມງວດ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ ລົງວັນທີ 24 ທັນວາ 2007 ແລະ ກົດໝາຍວ່າດ້ວຍການປະມົງ ເລກທີ 03/ສພຊ ລົງວັນທີ 09 ກໍລະກົດ 2009.

​                           # ຂ່າວ & ພາບ:  ວຽງມາ

error: Content is protected !!