ໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ ສຳເລັດໂດຍພື້ນຖານ

    ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 23 ມິຖຸນາ 2021 ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ (ພບ ນວ) ໂດຍເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີທ່ານ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກ ພບ ນວ ຜູ້ໜ້າໜ້າຈາກໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອານັນ ໄຊຍະວົງ ຫົວໜ້າພະແນກສິ່ງແວດລ້ອມ ແລະ ສັງຄົມ ກຸ່ມບໍລິສັດພອນສັກ ຈຳກັດ ລາຍງານວ່າ: ວຽກງານກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງ  500 ກິໂລໂວນ  ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ມີຄວາມຍາວຂອງແລວສາຍສົ່ງທັງໝົດ 153,712 ກິໂລແມັດ ສະເພາະເຂດ ນວ ຍາວ 21,247 ກິໂລແມັດ ມີເສົາໄຟຟ້າແຮງສູງ 336 ເສົາ (ເສົາມູມ + ເສົາຈ່ອງ) ເຂດ ນວ ມີ 48 ເສົາ ແລະ ມີເນືື້ອທີ່ດິນທີ່ຕ້ອງການສຳລັບແຕ່ລະເສົາໄຟຟ້າ ໃນນັ້ນເສົາຈ່ອງ 196 ແມັດ ເສົາມູມ 256 ແມັດ  ມີຄວາມສູງ 45-60 ແມັດ ແລະ ກວ້າງ 80 ແມັດ ຜ່ານການຈັດຕັ້ງປະຕິບັດວຽກການກໍ່ສ້າງ ປັດຈຸບັນໄດ້ສຳເລັດໂດຍພື້ນຖານ ໂດຍສະເພາະເຂດເມືອງປາກງື່ມ ໃນຄວາມຍາວ 21,247 ກິໂລແມັດ  ສາມາດສ້າງຕີນເສົາສຳເລັດ 100% ແຕ່ເດືອນທັນວາ 2019 ຂອງຈຳນວນ 48 ເສົາທັງໝົດທີ່ຜ່ານ 7 ບ້ານຂອງເມືອງດັ່ງກ່າວ ແລະ ສາມາດສານເສົາໄຟຟ້າສຳເລັດ 100% ໃນເດືອນກຸມພາ 2020 ໄດ້ອະນາໄມແລວສາຍສົ່ງໄລຍະ 80 ແມັດ ສຳເລັດ 97% ດຶງສາຍໄຟ ແລະ ເຄັ່ງສາຍໄຟຟ້າ ພ້ອມຕິດຕັ້ງອຸປະກອນ 4 ຕາຈັບສາຍໄຟຟ້າ ສຳເລັດ 100% ໃນເດືອນພືດສະພາ 2020.

    ວຽກເກັບກຳຂໍ້ມູນຄອບຄົວ ແລະ ຊັບສິນຜູ້ທີ່ໄດ້ຮັບຜົນກະທົບ ໃນເດືອນມີນາ 2018 ໄດ້ສຳເລັດການເກັບກຳຂໍ້ມູນຊັບສິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໃນ 7 ບ້ານ ປະກອບມີບ້ານ ສົມສະຫວາດ ເວີນແທ່ນ ປາກກວາງ ນາທາມ ໜອງດົງ ຫວ້ຍນໍ້າຍຸ້ນ ແລະ ບ້ານນາບົງ ມີ 181 ຄອບຄົວ ຄິດເປັນມູນຄ່າການຊົດເຊີຍທັງໝົດ 7,61 ຕື້ກວ່າກີບ ໃນນັ້ນ ຈ່າຍແລ້ວ 178 ຄອບຄົວ ຈ່າຍເປັນເງິນສົດ 2 ຄອບຄົວ ລວມມູນຄ່າທີ່ໄດ້ຈ່າຍ 7,51 ຕື້ກີບ ແລະ ຍັງ 3 ຄອບຄົວທີ່ຄ້າງຈ່າຍ (ບໍ່ສາມາດຕິດຕໍ່ຫາເຈົ້າຂອງດິນໄດ້) ມີມູນຄ່າ 102 ລ້ານກີບ ປັດຈຸບັນກຳລັງດຳເນີນການຕາມຂັ້ນຕອນທີ່ຖືກຕ້ອງ.

    ສຳລັບວຽກສືບຕໍ່ປະຕິບັດ ເປັນຕົ້ນ ດຳເນີນການບັນດາສິ່ງກີດຂວາງທີ່ໄດ້ຮັບການຊົດເຊີຍຮຽບຮ້ອຍ ໃຫ້ຮື້ຖອນອອກຈາກແລວສາຍສົ່ງ ໃນ 5 ບ້ານຂອງເມືອງປາກງື່ມ ຮ່ວມກັບອຳນາດການປົກຄອງທ້ອງຖິ່ນ ເຈົ້າຂອງໂຄງການ ແລະ ເຈົ້າຂອງດິນ ເຮັດບົດບັນທຶກ ແຈ້ງການໃຫ້ມີການຮື້ຖອນສິ່ງປຸກສ້າງກ້ອງແລວສາຍສົ່ງອອກໃຫ້ສຳເລັດຕາມແຜນການທີ່ວາງໄວ້.

    ໂອກາດນີ້ ທ່ານ ຮອງເຈົ້າຄອງ ນວ ໄດ້ມີຄໍາເຫັນຊີ້ນໍາ ແລະ ສະເໜີໃຫ້ຄະນະຮັບຜິດຊອບໂຄງການ ມີຄໍາເຫັນຢັ້ງຢືນເຖິງຜົນສຳເລັດຄວາມຄືບໜ້າຂອງໂຄງການ ເພື່ອຄວາມເປັນເອກະພາບໃນການຮັບຮອງຜົນສຳເລັດຂອງໂຄງການດັ່ງກ່າວ ໂດຍສະເພາະ ການຊົດເຊີຍຜົນກະທົບຂອງປະຊາຊົນ ແລະ ການສືບຕໍ່ແກ້ໄຂບັນຫາສິ່ງກີດຂວາງທີ່ຍັງຄົງຄ້າງ ການຍົກຍ້າຍຈັດສັນປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ອື່ນໆ ເພື່ອໃຫ້ກຸ່ມບໍລິສັດຜູ້ຮັບເໝົາກໍ່ສ້າງ ມີບ່ອນອີງໃນການຈັດຕັ້ງປະຕິບັດແຜນການຕ່າງໆທີ່ມີຄວາມຮີບດ່ວນ ເປັນຕົ້ນ ການກະກຽມຄວາມພ້ອມໃນການເລີ່ມຈັດຕັ້ງປະຕິບັດແຜນການທົດລອງປ່ອຍກະແສໄຟຟ້າ ແລະ ເລີ່ມການປ່ອຍກະແສໄຟຟ້າເພື່ອສົ່ງອອກຢ່າງເປັນທາງການໃນທ້າຍປີນີ້ໃຫ້ສຳເລັດ.

​                                # ຂ່າວ & ພາບ:  ລັດເວລາ

error: Content is protected !!