ອີງຕາມແຈ້ງການເລກທີ 0045/ກປ ລົງວັນທີ 21 ມິຖຸນາ 2021 ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນແຕ່ລະປີ ການຈັດຕັ້ງແຕ່ລະຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນ ກໍໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການຍົກສູງຄວາມຮັບຜິດຊອບຂອງສັງຄົມ ໃນການເອົາໃຈໃສ່ຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ແບບຍືນຍົງ ສະເພາະປີ 2020 ຜ່ານມາ ສາມາດປ່ອຍປາໄດ້ທັງໝົດ 55.020.000 ໂຕ ແລະ ໃນປີ 2021 ຂະແໜງການກະສິກໍາ ແລະ ປ່າໄມ້ພວກເຮົາກໍໄດ້ວາງແຜນສູ້ຊົນໃນການປ່ອຍປາໃຫ້ໄດ້ທັງໝົດ 58.000.000 ໂຕ.
# ຂ່າວ & ພາບ: ວຽງມາ