ວັນທີ 21 ເມສາ 2020 ຢູ່ເຂດກຸ່ມບ້ານທີ 8 ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ມີການປິດສູນກັກກັນແຮງງານລາວ ທີ່ກັບມາຈາກຕ່າງປະເທດ ຈຳນວນ 45 ສູນ ໂດຍການເຂົ້າຮ່ວມຂອງທ່ານ ຄຳວິໃສ ຜຸຍຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ທັງເປັນປະທານຄະນະສະເພາະກິດຂັ້ນເມືອງ ມີບັນດາທ່ານໃນຄະນະປະຈຳພັກເມືອງ ກຳມະການພັກເມືອງຜູ້ຊີ້ນຳກຸ່ມບ້ານ ເລຂາ-ນາຍບ້ານພາຍໃນກຸ່ມບ້ານ ແລະ ແພດໝໍ ເຂົ້າຮ່ວມ.

ທ່ານ ອຸດອນ ບຸດຕະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງໄຊພູທອງ ທັງເປັນຄະນະສະເພາະກິດຂັ້ນເມືອງ ຊີ້ນຳກຸ່ມບ້ານທີ 8 ບ້ານດົງດອກໄມ້-ເຮືອນຫີນ ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຄຳສັ່ງເລກທີ 06/ນຍ ຄຳສັ່ງເລກທີ 758/ຈຂ,ສຂ ຂອງທ່ານເຈົ້າແຂວງສະຫວັນນະເຂດ ແລະ ຄຳສັ່ງເລກທີ 194/ຈມ,ຊທ ທ່ານເຈົ້າເມືອງໄຊພູທອງ ແລະ ຄຳສັ່ງແນະນຳເພີ່ມເຕີມຕ່າງຂອງລັດຖະບານ ແລະ ສະເພາະກິດຂັ້ນສູນກາງ ໃນການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຢ່າງເຂັ້ມງວດ ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ລົງຮອດຮາກຖານກຸ່ມບ້ານພາຍໃນເມືອງໄຊພູທອງ ກໍເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີຈຸດສຸມ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 21 ມີນາ 2020 ເປັນຕົ້ນມາ ເຊິ່ງມີແຮງງານລາວທີ່ໄດ້ກັບຄືນມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ເປັນຈຳນວນຫຼວງຫຼາຍໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະກໍຄືແຮງງານລາວຢູ່ເມືອງໄຊພູທອງຂອງພວກເຮົາ ມີແຮງງານທັງໝົດ 2.507 ຄົນ ຍິງ 1.246 ຄົນ ໄດ້ກັບຄືນສູ່ຄອບຄົວແລ້ວ 2.504 ຄົນ ຍິງ 1.244 ຄົນ ຍັງຄ້າງສູນພຽງແຕ່ 3 ຄົນເທົ່ານັ້ນ ໂດຍສະເພາະກຸ່ມບ້ານທີ 8 ຂອງພວກເຮົາ ມີຜູ້ເຂົ້າມາກວດແທກອຸນນະພູມມີທັງໝົດ 406 ຄົນ ຍິງ 216 ຄົນ ມີແຮງງານລາວເຂົ້າມາກັກກັນຢູ່ສູນດົງດອກໄມ້ທັງໝົດ 311 ຄົນ ຍິງ157 ຄົນ ມາຮອດວັນທີ 24 ມີນາ 2020 ຈິ່ງໄດ້ຂະຫຍາຍສູນອອກຕື່ມ ຍ້ອນມີຄວາມແອອັດ ໄດ້ແຍກອອກເປັນ 5 ສູນຄື: ສູນໃຫຍ່ດົງດອກໄມ້ ສູນເຮືອນຫີນ ສູນເຫຼົາໝາກຫູດ.ສູນເວີນຄູນ ແລະ ສູນຫ້ວຍຂະຫຍອງ ລວມມີແຮງງານທັງໝົດ 311 ຄົນ ຍິງ157 ຄົນຜ່ານການກວດກາ ແລະ ຕິດຕາມອາການວັດແທກອຸນນະພູມຄົບກຳນົດ 14 ວັນ ກໍໄດ້ເຮັດໃບຢັ້ງຢືນຈາກທິມງານແພດໝໍ ຈຶ່ງໄດ້ໃຫ້ແຮງງານກັບຄືນສູ່ຄອບຄົວໄດ້ ທາງທິມງານແພດໝໍ ກໍໄດ້ມີການເຮັດຄວາມສະອາດສູນກັກກັນແຮງງານລາວ ດ້ວຍການພົ່ນຢາຂ້າເຊື້ອທັງໝົດ.
ທ່ານ ຄຳວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ກໍ່ໄດ້ເນັ້ນໃຫ້ອຳນາດການປົກຄອງຂັ້ນເມືອງ ຂັ້ນບ້ານ ຕ້ອງເພີ່ມທະວີໄດ້ເອົາໃຈໃສ່ໃນການເຝົ້າລະວັງຢ່າງເຂັ້ມງວດ ຖືເອົາວຽກງານປ້ອງກັນດ່ານກວດກາຕາມແຕ່ລະບ້ານຕື່ມອີກ ຢ້ານມີຜູ້ສວຍໂອກາດກໍ່ເຫດຂີ້ລັກງັດແງະ ກໍ່ຄວາມບໍ່ສະຫງົບສຸກພາຍໃນບ້ານ ນອກນັ້ນ ທຸກຄົນກໍຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົນເອງໃນຊ່ວງໄລຍະທີ່ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເຮົາບໍ່ສາມາດຮູ້ໄດ້ວ່າພະຍາດດັ່ງກ່າວ ຈະເກີດຂຶ້ນຢູ່ຈຸດໃດແດ່ ສະນັ້ນ ພວກເຮົາຕ້ອງຖືເອົາວຽກງານໂຄສະນາວຽກງານປ້ອງກັນເປັນບັນຫາສຳຄັນ ໂດຍການໃສ່ຜ້າອັດປາກກ່ອນອອກຈາກເຮືອນທຸກຄັ້ງ ແລະ ດຸໝັ່ນອະນາໄມມືເປັນປະຈຳ.