ທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 21 ມິຖູນາ 2021ວ່າ: ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວປະກອບສ່ວນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການລົງສົມທົບກັບໜ່ວຍງານປະຊາສໍາພັນບັນດາເມືອງ ອົງການປົກຄອງບ້ານ ເພື່ອລົງໂຄສະນາເຄື່ອນທີ່ຕາມບ້ານເປົ້າໝາຍ ແລະ ຈຸດທີ່ມີຄວາມສ່ຽງ ນອກຈາກນັ້ນ ຍັງໄດ້ລົງຊ່ວຍວຽກຂອງບັນດາແພດໝໍຢູ່ຈຸດສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ແຕ່ລະຈຸດ ເພື່ອອໍານວຍຄວາມສະດວກເຮັດໃຫ້ການສັກວັກຊິນມີຄວາມວ່ອງໄວຂື້ນ ພ້ອມນັ້ນ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຍັງໄດ້ຈັດກິດຈະກໍາວັນເດັກນ້ອຍສາກົນ 1 ມິຖຸນາ 2021 ໃຫ້ກັບກຸ່ມເດັກນ້ອຍທີ່ມີອາຍຸນັບແຕ່ 18 ປີລົງມາ ໂດຍໃຫ້ບັນດານ້ອງນ້ອຍຖ່າຍຮູບກ່ຽວກັບການດໍາລົງຊີວິດຢູ່ເຮືອນ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ລວມທັງການປ້ອງກັນຕົວເອງເພື່ອບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ ພ້ອມດຽວກັນນັ້ນ ກໍຍັງໄດ້ສ້າງຄຣິບວິດີໂອສັ້ນຈໍານວນ 3 ເລື່ອງ ກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ເຊີ່ງຍັງຢູ່ໃນຂັ້ນຕອນການກວດກາ ຄາດວ່າຈະໄດ້ນໍາອອກເຜີຍແຜ່ໃຫ້ສັງຄົມໄດ້ຮັບຊົມໃນມໍ່ໆນີ້.

ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ຫ້ອງການສະຫະພັນແມ່ຍິງນະຄອນຫຼວງວຽງຈັນໃນໄລຍະຜ່ານມາ ໄດ້ແນະນໍາໃຫ້ພະນັກງານຜັດປ່ຽນກັນມາປະຈໍາການ ຮັກສາໄລຍະຫ່າງ ໃສ່ຜ້າອັດປາກ ອັດດັງ ພ້ອມທັງໄດ້ຢາຍເຈວລ້າງມື ແລະ ເຫຼົ້າຂ້າເຊື້ອໃຫ້ແຕ່ລະຫ້ອງ ນອກຈາກນີ້ ຍັງໄດ້ເນັ້ນໃຫ້ພະນັກງານບໍ່ໃຫ້ກິນເຂົ້າຊຸມກັນ ເພື່ອຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19.


# ຂ່າວ & ພາບ: ຂັນທະວີ