ຕາມບົດຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 23 ມິຖຸນາ 2021 ໃຫ້ຮູ້ວ່າ: ວັນທີ 22 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.294 ຕົວຢ່າງ ນະຄອນຫຼວງວຽງຈັນ 744 ຕົວຢ່າງ ເຊິ່ງກວດພົບເຊື້ອ 9 ຕົວຢ່າງ ໃນນັ້ນ ນະຄອນຫຼວງວຽງຈັນ 6 ຄົນ ສະຫວັນນະເຂດ 1 ຄົນ (ນໍາເຂົ້າ) ຈໍາປາສັກ 2 ຄົນ (ນໍາເຂົ້າ).


ສຳລັບຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ 6 ຄົນ ແມ່ນຕິດເຊື້ອຢູ່ໃນຊຸມຊົນ ຄື:
- ຄົນທີ 1 ເພດຍິງ 24 ປີ ບ້ານໂນແກ້ວ ສີໂຄດຕະບອງ ຜູ້ກ່ຽວມີໄຂ້ ມີປະຫວັດໄປສໍາຜັດໃຫ້ຊິດກັບຜູ້ຕິດເຊື້ອ
- ຄົນທີ 2 ເພດຊາຍ ອາຍຸ 24 ປີ ບ້ານໂພນຕ້ອງສະຫວ່າງ
- ຄົນທີ 3 ເພດຊາຍ ອາຍຸ 25 ປີ ບ້ານໂພນຕ້ອງ ເມືອງຈັນທະບູລີ ທັງສອງຄົນນີ້ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດໄປສໍາຜັດໃຫ້ຊິດກັບຜູ້ຕິດເຊື້ອ
- ຄົນທີ 4 ເພດຍິງ ອາຍຸ 48 ປີ ບ້ານດອນດູ່ ເມືອງຫາດຊາຍຟອງ ຜູ້ກ່ຽວມີອາການໄຂ້ ຫາຍໃຈຝືດ ເຈັບຄໍ ຂີ້ມູກຍ້ອຍ ແລະ ເມື່ອຍ ມີປະຫວັດໄປສໍາຜັດໃຫ້ຊິດກັບຜູ້ຕິດເຊື້ອ
- ຄົນທີ 5 ເພດຊາຍ ອາຍຸ 4 ປີ ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດໄປສໍາຜັດໃຫ້ຊິດກັບຜູ້ຕິດເຊື້ອ
- ຄົນທີ 6 ເພດຊາຍ ອາຍຸ 26 ປີ ບ້ານວາທ່າ ເມືອງສີໂຄດຕະບອງ ຜູ້ກ່ຽວບໍ່ມີອາການຫຍັງ ມີປະຫວັດໄປສໍາຜັດໃຫ້ຊິດກັບຜູ້ຕິດເຊື້ອ

# ຂ່າວ & ພາບ: ວຽງມາ