
ໃນວັນທີ 11 ມີນາ 2020 ທີ່ກະຊວງສາທາລະນະສຸກ ອົງການອຸຍນີເຊັບ (UNICEF) ໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນລັດຖະບານລາວ ໃນການກະກຽມຄວາມພ້ອມເພື່ອປ້ອງກັນພະຍາດອັກເສບປອດສາຍພັນໃໝ່ COVID-19 ຕາງໜ້າມອບໂດຍທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳລາວ ຕາງໜ້າຮັບແມ່ນທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ອຸປະກອນທີ່ນຳມາມອບຄັ້ງນີ້ ມີຜ້າປິດປາກເວລາຜ່າຕັດ ຊຸດຄຸມປ້ອງກັນຕົວສຳລັບແພດ ໝວກຖົງມື ລວມທັງເຄື່ອງປ້ອງກັນໃບໜ້າ ເພື່ອແຈກຢາຍໃຫ້ແພດປະຈຳໂຮງໝໍແຫ່ງຕ່າງໆທີ່ກຳລັງປະຕິບັດໜ້າທີ່ປ້ອງກັນພະຍາດ COVID-19 ນອກຈາກນີ້ ອົງການອຸຍນີເຊັບຍັງສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການກະກຽມ ແລະ ສ້າງແຜນໃນການປ້ອງກັນ COVID-19 ໃນນັ້ນລວມມີ ຂໍ້ມູນ ແລະ ເຄື່ອງ ມືສຳລັບການໂຄສະນາສື່ມວນຊົນ ວຽກງານສຶກສາ ແລະ ວຽກງານປົກປ້ອງເດັກ ໃນຕໍ່ໜ້າ ຍັງຈະມີການມອບຮັບອຸປະກອນຈຳນວນໜຶ່ງທີ່ກຳລັງຢູ່ໃນຂັ້ນຕອນຈັດຫາ ແລະ ສັ່ງຊື້.