ມື້ນີ້ຂໍພາທ່ານຜູ້ອ່ານໄປຮູ້ກັບດຳລັດ ວ່າດ້ວຍການປັບໃໝຜູ້ໃຊ້ເຄືອຄ່າຍຂ່າວສັງຄົມໄປໃນທາງຜິດພາດຢູ່ຫວຽດນາມ ແລະ ກົດໝາຍຍີ່ປຸ່ນ ທີ່ຊຸກຍູ້ໃຫ້ລູກຈ້າງສາມາດເຮັດວຽກຮອດອາຍຸ 70 ປີ
ທີ່ຫວຽດນາມ: ຂ່າວຕ່າງປະເທດໃນຕົ້ນເດືອນກຸມພາຜ່ານມາໃຫ້ຮູ້ວ່າ: ກ່ຽວກັບດຳລັດຄຸ້ມຄອງການ ປະພຶດຂອງຜູ້ໃຊ້ເຄືອຄ່າຍສື່ສັງຄົມຢູ່ ຫວຽດນາມ ດຳລັດນາຍົກລັດຖະມົນຕີ ທີ່ອອກມາຫວ່າງບໍ່ດົນມານີ້ ໄດ້ກຳນົດໂທດໜັກຂຶ້ນສຳລັບຜູ້ນຳໃຊ້ເຄືອຄ່າຍສື່ສັງຄົມໄປໃນທາງຜິດພາດທີ່ສ້າງຄວາມເສື່ອມເສຍໃຫ້ແກ່ສັງຄົມ ຕົວຢ່າງ ຜູ້ທີ່ແບ່ງປັນຂ່າວທີ່ບໍ່ມີມູນຄວາມຈິງນັ້ນ ຈະຖືກປັບໄໝເປັນເງິນແຕ່ 10-20 ລ້ານດົງ (ລະຫວ່າງ 430-860 ໂດລາສະຫະລັດ) ຂ່າວບອກວ່າ ມາດຕະການລົງໂທດກວມເອົາຄວາມຜິດໃນຖານລະເມີດທາງດ້ານບໍລິຫານໃນຂອດບໍລິການໄປສະນີ ໂທລະຄົມມະນາຄົມ ຄື້ນວິທະຍຸ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຄ້າທາງເອເລັກໂຕນິກ ເວົ້າໄດ້ວ່າ ດຳລັດສະບັບໃໝ່ນີ້ໄດ້ກຳນົດລະບຽບຢ່າງລະອຽດຈະແຈ້ງກວ່າເກົ່າ ກ່ຽວກັບຄວາມຮັບຜິດຊອບຂອງຜູ້ນຳໃຊ້ເຄືອຄ່າຍສື່ສັງຄົມ ການລະເມີດທີ່ຕ້ອງຖືກປັບໄໝນັ້ນ ລວມມີ ການສົ່ງຕໍ່ຂໍ້ມູນບິດເບືອນ ບໍ່ມີຄວາມຈິງ ແລະ ເປັນອັນຕະລາຍທີ່ແຕະຕ້ອງເຖິງຊື່ສຽງຂອງສຳນັກງານ ອົງການ ກໍຄື ກຽດສັກສີຂອງບຸກຄົນ ການລົງໂທດດ້ວຍການປັບໄໝນີ້ ຍັງກວມເອົາຄວາມຜິດໃນການເສກສັນປັ້ນເລື່ອງ ສ້າງຄວາມແຕກຕື່ນໃນສັງຄົມ ຫຼື ຊັກຈູງໃຫ້ມີການໃຊ້ຄວາມຮຸນແຮງ ການກໍ່ອາຊະຍາກຳ ການເຜີຍແຜ່ຂ່າວກ່ຽວກັບປະເພນີອັນຫຼ້າຫຼັງ ການເຊື່ອຖືງົມງວາຍ ເນື້ອໃນຮູບພາບລາມົກອະນາຈານ ກໍຄື ເລື່ອງທີ່ສ້າງຄວາມສະຫຍົດສະຫຍອງ ເຊັ່ນ: ການຄາຕະກຳ ກໍຄື ອຸບັດເຫດ ນອກຈາກນັ້ນ ດຳລັດຍັງໄດ້ກຳນົດໂທດປັບໄໝສຳລັບຜູ້ເຜີຍແຜ່ແຜນທີ່ ທີ່ຜິດຜ້ຽນບໍ່ຖືກຕ້ອງຂອງປະເທດຫວຽດນາມ ການໂຄສະນາເຜີຍແຜ່ສິນຄ້າ ກໍຄື ການບໍລິການທີ່ຕ້ອງຫ້າມ ການລັກລອບ-ເຊື່ອມຕໍ່ເຄືອຄ່າຍ ຂ່າວສັງຄົມ ເພື່ອເຜີຍແຜ່ເນື້ອໃນທີ່ຖືກເກືອດຫ້າມ ກໍຄື ການເຜີຍແຜ່ຂ່າວສານ ບົດວັນນະຄະດີ ວຽກສິນ ຫຼື ຜະລິດຕະພັນການພິມ ໂດຍບໍ່ໄດ້ຮັບລິຂະສິດ ບໍ່ໄດ້ຜ່ານການກວດກາ ກໍຄື ຜະລິດຕະພັນທີ່ຖືກເກືອດຫ້າມ ແລະ ຍົກເລີກໄປແລ້ວ.
ທີ່ຍີ່ປຸ່ນ: ໃນຕົ້ນເດືອນກຸມພາແລ້ວນີ້ ຄະນະລັດຖະບານຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍຊຸກຍູ້ໃຫ້ບັນ ດາຫົວໜ່ວຍທຸລະກິດ ອະນຸຍາດໃຫ້ລູກຈ້າງເຮັດວຽກຈົນຮອດອາຍຸ 70 ປີ ແນໃສ່ແກ້ໄຂບັນຫາຂາດແຄນແຮງງານຍ້ອນການເພີ່ມຂຶ້ນຂອງຈຳນວນຜູ້ເຖົ້າ ນອກຈາກນັ້ນ ການຂະຫຍາຍກຳລັງແຮງງານຍັງຈະຊ່ວຍຮອງຮັບຄ່າໃຊ້ຈ່າຍດ້ານຄວາມໝັ້ນຄົງທາງສັງຄົມທີ່ນັບມື້ນັບສູງຂຶ້ນ ເນື້ອໃນກົດໝາຍບໍ່ໄດ້ກຳນົດພັນທະໃນການປະຕິບັດ ມີພຽງຮຽກຮ້ອງໃຫ້ເຫຼົ່າບໍລິສັດພິຈາລະນາປັບຂຶ້ນອາຍຸເຂົ້າບຳນານ ຫຼື ອະນຸຍາດໃຫ້ລູກຈ້າງເຮັດວຽກກາຍອາຍຸບຳນານ ກົດໝາຍນີ້ຄາດວ່າຈະມີຜົນບັງຄັບໃຊ້ແຕ່ເດືອນເມສາ 2021 ເປັນຕົ້ນໄປ ແລະ ໃນອະນາຄົດລັດຖະບານຍີ່ປຸ່ນ ຍັງໄດ້ວາງແຜນເຮັດໃຫ້ການເຮັດວຽກຮອດອາຍຸ 70 ປີ ຂອງພົນລະເມືອງຍີ່ປຸ່ນ ກາຍເປັນພັນທະທາງກົດໝາຍ.