
ທ່ານ ອຸ ສີບຸນເຮືອງ ສະມາຊິກກຸ່ມກະສິກຳອີນຊີ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ປັດຈຸບັນ ພືດຜັກກະສິກຳອິນຊີກຳລັງເປັນທີ່ຕ້ອງການຂອງຕະຫຼາດປະຊາຊົນທຸກຊັ້ນຄົນໄດ້ຫັນມາບໍລິໂພກນັບມື້ຫຼາຍຂຶ້ນ ທັງນີ້ກໍເພື່ອຮັກສາສຸຂະພາບຕົນເອງ ເຊິ່ງການປູກພືດກະສິກຳອິນຊີເປັນສິນຄ້າ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກມີຄວາມປອດໄພ ມີສຸຂະພາບທີ່ດີ ປະຢັດຕົ້ນທຶນ ແຕ່ຕ້ອງມີຄວາມດຸໝັ່ນ ແລະ ອົດທົນ ການປູກພືດຜັກດັ່ງກ່າວມີຄວາມຫຍຸ້ງ ແລະ ມີຄວາມສ່ຽງພໍສົມຄວນ ເປັນຕົ້ນການກະກຽມດິນ ການບົວລະບັດຮັກສາໃຊ້ເວລາດົນຈຶ່ງສາມາດເກັບຂາຍໄດ້ ບາງຄັ້ງກໍມີສັດຕູພືດທຳລາຍ ສົ່ງຜົນກະທົບຕໍ່ຜູ້ຜະລິດ ສະນັ້ນຈຶ່ງເຮັດໃຫ້ຜົນຜະລິດມີລາຄາສູງກວ່າພືດຜັກທີ່ປູກໃສ່ຝຸ່ນເຄມີທົ່ວໄປ.

ສຳລັບຄອບຄົວຂ້າພະເຈົ້າ ໄດ້ປູກພືດຜັກ ແລະ ໄມ້ໃຫ້ໝາກເປັນອາຊີບມາເປັນເວລາຫຼາຍປີພໍສົມຄວນ ໃນເບື້ອງຕົ້ນ ປູກພືດຜັກທີ່ໃສ່ຝຸ່ນເຄມີທົ່ວໄປ ຫຼັງຈາກທີ່ພັກ-ລັດ ກໍຄືຂະແໜງການກ່ຽວຂ້ອງເປັນຕົ້ນຂະແໜງກະສິກຳ ແລະ ປ່າໄມ້ ໄດ້ລົງມາຊຸກຍູ້ສົ່ງເສີມການຜະລິດເປັນກຸ່ມ ຈຶ່ງໄດ້ພາຄອບຄົວຫັນມາປູກພືດກະສິກຳອິນຊີເປັນສິນຄ້າໃນເນື້ອທີ່ 3 ໄລ່ ໃນນີ້ ປູກພືດຜັກປະມານ 1 ໄລ່ ທີ່ໄດ້ເນັ້ນປູກຜັກບົ້ງ ຜັກຫົມ ສະຫຼັດ ກະລ່ຳ ແລະ ອື່ນໆຕາມລະດູການ ອາທິດໜຶ່ງເກັບຂາຍ 2 ຄັ້ງ ມີຕະຫຼາດຈຳໜ່າຍຫຼັກທຸກຕອນເຊົ້າວັນພຸດ ແລະ ວັນເສົາຢູ່ເດີ່ນຈອດລົດສູນການຄ້າລາວ-ໄອເຕັກ ສ້າງລາຍໄດ້ປະມານ 1 ລ້ານກີບຕໍ່ອາທິດ ໂດຍໄດ້ປູກໝູນວຽນກັນຕະຫຼອດປີ ການປູກພືດຜັກເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບທີ່ໝັ້ນຄົງໃກ້ແກ່ຄອບຄົວ ເຮັດໃຫ້ຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.