ວັນທີ 22 ເມສາ 2020 ນີ້ ທ່ານ ນາງ ບັງອອນ ພິມມະສອນ ຮອງເລຂາຂາຄະນະບໍລິຫານງານຊາວໝຸ່ມ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະອາສາສະໝັກຊາວໝຸ່ມແຂວງ ຕ້ານພະຍາດໂຄວິດ-19 ໄດ້ນຳເອົານົມໄວຕາມິວຈຳນວນ 12 ເກັດ ແລະ ນ້ຳດື່ມຈຳນວນ 7 ແຟັກ ລວມມູນຄ່າທັງໝົດ 1.500.000 ກີບ ມາມອບໃຫ້ເມືອງໄຊພູທອງ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ໂດຍໃຫ້ກຽດກ່າວຮັບຂອງທ່ານ ຄຳວິໃສ ຜຸຍຍະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ໂດຍຊ້ອງໜ້າຄະນະສະເພາະກິດຂັ້ນເມືອງໄຊພູທອງເຂົ້າຮ່ວມເປັນສັກຂີນຳພະຍານນຳ.

ຈາກນັ້ນ ທາງຄະນະທິມງານຊາວໝຸ່ມອາສາສະໝັກແຂວງກໍໄດ້ທຳການພົ່ນຢາຂ້າເຊື່ອຢູ່ພາຍໃນສຳນັກງານຫ້ອງວ່າການປົກຄອງເມືອງໄຊພູທອງ ເປັນຕົ້ນແມ່ນສີດຢາຂ້າເຊື້ອຢູ່ຫ້ອງສະໂມສອນຂອງເມືອງ ແລະ ບັນດາຫ້ອງການຕ່າງໆພາຍໃນເມືອງຕື່ມອີກ.

ໂອກາດນີ້ ທ່ານ ຄຳວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທິມງານງານຊາວໝຸ່ມແຂວງສະຫວັນນະເຂດ ທີ່ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອໃຫ້ເມືອງໄຊພູທອງໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ສ່ວນເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວ ແມ່ນຈະໄດ້ລົງໄປມອບໃຫ້ບັນດາຈຸດກວດກາຕ່າງໆພາຍໃນເມືອງ.

ສຳລັບຢູ່ເມືອງໄຊພູທອງ ມີສູນກັກກັກບໍລິເວນທັງໝົດມີ 46 ແຫ່ງ ປັດຈຸບັນເມືອງໄຊພູທອງຍັງມີແຮງງານທັງໝົດ 2.507 ຄົນ ຍິງ 1.246 ຄົນ ຈຳນວນຜູ້ຄົບກຳນົດ 14 ວັນອອກກັບຄືນຄອບຄົວມີ 2.504 ຄົນ ຍິງ 1.244 ຄົນ ຈຳນວນຄ້າງສູນ 3 ຄົນ ຍິງ 2 ຄົນ ປັດຈຸບັນຍັງສູນກັກກັນພຽງແຕ່ 01 ສູນຄື: ສູນບ້ານາໂມງ ເຊິ່ງທາງເຈົ້າໜ້າທີ່ ກວດກາຄະນະສະເພາະກິດຂັ້ນເມືອງໄຊພູທອງ ແມ່ນໄດ້ເອົາໃຈໃສ່ໃນການຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ດ້ວຍຄວາມຮັບຜິດຊອບສູງ.