ອົງການເກັບກູ້ລະເບີດຍີ່ປຸ່ນ (JMAS) ອົງການທີ່ບໍ່ຫວັງຜົນກຳໄລ ປະກອບສ່ວນເຄື່ອງອະນາໄມ ແລະ ຂ້າເຊື້ອ ເຊິ່ງປະກອບມີເຫຼົ້າຂ້າເຊື້ອ ສະເປ ຜ້າອັດປາກ ສະບູລ້າງມື ແລະ ຜ້າເຕັ່ນກັນນ້ຳ ໃຫ້ໜ່ວຍງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ (HA/DR) ຂອງກອງທັບປະຊາຊົນລາວ ໂດຍພິທີມອບ-ຮັບ ໄດ້ຈັດຂຶ້ນໃນໂອກາດການສຳມະນາແບບທາງໄກກ່ຽວກັບ HA/DR ລະຫວ່າງກະຊວງປ້ອງກັນປະເທດລາວ ແລະ ຍີ່ປຸ່ນ ວັນທີ 18 ມິຖຸນາ 2021 ເຊິ່ງມອບໂດຍທ່ານ ຟູກຸ ເອອິຊິເງະ ຜູ້ຕາງໜ້າອົງການ JMAS ແລະ ຮັບໂດຍທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ມີທ່ານ ອິວາໂມໂຕະ ເຄອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ພ້ອມດ້ວຍຮອງຫົວໜ້າສະຖານທູດຍີ່ປຸ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ອົງການ JMAS ໄດ້ຮັບການມອບໝາຍໃຫ້ເກັບກູ້ກັບລະເບີດ ແລະ ລະເບີດທີ່ຍັງບໍ່ທັນແຕກທົ່ວໂລກ ໃນປະເທດລາວ JMAS ໄດ້ດຳເນີນຫຼາຍໂຄງການເກັບກູ້ລະເບີດ ຢູ່ແຂວງຊຽງຂວາງ ສາລະວັນ ຈຳປາສັກ ແລະ ແຂວງອັດຕະປື ເປັນເວລາກວ່າ 15 ປີ ໂດຍຮ່ວມມືກັບອົງການເກັບກູ້ລະເບີດລາວ ແລະ ໄດ້ຮັບການຊຸກຍູ້ດ້ານທຶນຮອນ ລວມເຖິງອຸປະກອນທີ່ຈຳເປັນຈາກລັດຖະບານຍີ່ປຸ່ນອີກດ້ວຍ.

ທ່ານ ຟູກຸ ເອອິຊິເງະ ກ່າວວ່າ: ການປັບປຸງສະພາບແວດລ້ອມເພື່ອຊີວິດທີ່ດີຂຶ້ນ ແລະ ອະນາຄົດທີ່ຍືນຍົງ ແມ່ນໜຶ່ງໃນພາລະກິດຫຼັກຂອງພວກເຮົາ ການລະບາດຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ວຽກງານດັ່ງກ່າວມີຄວາມສຳຄັນຂຶ້ນ ການປະກອບສ່ວນຄັ້ງນີ້ ແມ່ນໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ດ້ວຍເຫັນເຖິງບົດບາດອັນສຳຄັນຂອງກອງກັບປະຊາຊົນລາວ ຕໍ່ການດຳເນີນການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ເກັບກູ້ລະເບີດ ຕົນຫວັງວ່າ ການປະກອບສ່ວນຄັ້ງນີ້ ຈະຊ່ວຍປົກປ້ອງສະມາຊິກກອງທັບປະຊາຊົນລາວ ແລະ ປະຊາຊົນລາວ ລະຫວ່າງການປະຕິບັດວຽກງານ.

ທ່ານ ຟູກຸ ເອອິຊິເງະ ເປັນພະນັກງານບຳນານຈາກກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ແລະ ເຄີຍຮັບໃຊ້ວຽກງານການເກັບກູ້ລະເບີດຢູ່ປະເທດອັງໂກລາ ແລະ ກຳປູເຈຍ ກ່ອນຍ້າຍມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນປີ 2017 ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ກິດຈະກຳຕ່າງໆຂອງອົງກອນ ແລະ ອົງການ JMAS ພວມປະສົບຄວາມຫຍຸ້ງຍາກໃນການສືບຕໍ່ດຳເນີນງານ ຍ້ອນ ການປະຕິບັດມາດຕະການຮັກສາຄວາມປອດໄພໃຫ້ພະນກັງານ ລວມທັງການສັກວັກຊີນ ປັດຈຸບັນ ອົງການ JMAS ກຳລັງຂຸ້ນຂ້ຽວພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃນເຂດກະສິກຳ ແຂວງຊຽງຂວາງ..
# ຂ່າວ & ພາບ: ສະບາໄພ